ຈີນ​ແລະ​ລາວ​​ຮ່ວມສຳຫຼວດ​ແນວ​ພັນ​ສັດ​ປ່າ​ທີ່​ໃກ້​ຈະ​ສູນ​ພັນ​ເປັນ​ຄັ້​ງ​ທຳ​ອິດ
2017-07-05 14:26:51  cri 
ວັນ​ທີ 3 ກໍ​ລະ​ກົດ​ນີ້, ເຈົ້າ​ໜ້າ​ທີ່​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​​ຈີນ​ທີ່​ເຂົ້າ​ຮ່ວມ "ຊຸດ​ຝຶກ​ອົບ​ຮົມ​ການ​ສຳຫຼວດ​ແນວ​ພັນ​ສັດ​ປ່າ​ທີ່​ໃກ້​ຈະ​ສູນ​ພັນ​ຈີນ-ລາວ" ໄດ້​ສຳ​ເລັດ​ການ​ປະ​ຕິ​ບັດ​ໜ້າ​ທີ່​ໃນ​ປ່າ​ຢູ່​ແຂວງ​ຜົ້ງ​ສາ​ລີ ແລະ​ໄດ້​ເດີນ​ທາງ​ກັບ​ຄືນ​ເມືອງ​ຊຽງ​ຮຸ່ງງ ເຊິ່ງ​ຜົນ​ສຳ​ເລັດ​ດັ່ງ​ກ່າວ​ໄດ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ແລະ​ລາວ​ເລີ່ມ​ສຳຫຼວດ​ແນວ​ພັນ​​ສັດ​ປ່າທີ່​ໃກ້​ຈະ​ສູນ​ພັນ​ຢູ່​ເຂດ​ຊາຍ​ແດນ​ລະ​ຫ​ວ່າງ​ສອງ​ປະ​ເທດ​ຢ່າງ​ເປັນ​ທາງ​ການ.

ການ​ຝຶກ​ອົບ​ຮົມ​ເທື່ອ​ນີ້​​ເນັ້ນ​ເປັນ​ການ​ຍົກ​ລະ​ດັບ​ຄວາມ​ຮູ້​ແລະ​ປະ​ສິດ​ທິ​ພາບ​​ໃນ​ການ​ເຮັດ​ວຽກ​ຢູ່​​ປ່າ​ຂອງ​ເຈົ້າ​ໜ້າ​ທີ່​ສອງ​ຝ່າຍ​ ເພື່ອ​ຮັບ​ປະ​ກັນ​ໃຫ້​​ແກ່​ການ​ສຳຫຼວດ​ ແນວ​ພັນສັດ​ປ່າ​ທີ່​ໃກ້​ຈະ​ສູນ​ພັນ​ຢູ່​ປ່າ ໂດຍ​ການ​ເອົາ​ຊ້າງ​ອາ​ຊີ​ແລະ​ເສືອ​ອິນ​ດູ​ຈີນ​ເປັນ​ໂຕ​ແບບ ໃນ​ເຂດ​ປ່າ​ສະ​ຫງວນ​ທີ່​ມີຫຼາກຫຼາຍ​​ຊີ​ວະ​​ນາໆ​ພັນ​ຂອງ​ຈີນ-ລາວ ແລະ​ບັນ​ລຸ​ການ​ຊົມ​ໃຊ້​ຂໍ້​ມູນ ກໍ​ຄື​ຜົນ​ສຳ​ເລັດ​ໃນ​ການ​ສຳຫຼວດ​ຮ່ວ​ມ​ກັນ.

ເຈົ້າ​ໜ້າ​ທີ່ 10 ທ່ານ​ຈາກ​ແຂວງຫຼວງ​ນ້ຳ​ທາ​ປະ​ເທດ​ລາວ ແລະ 25 ທ່ານ​ ​ຈາກ​ກິ່ງ​ແຂວງ​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນ​ນານ​ຈີນ​ໄດ້​ເຂົ້າ​ຮ່ວມ​ຊຸດ​ຝຶກ​ອົບ​ຮົມ​ດັ່ງ​ກ່າວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ