5ປະ​ເທດບ​ຣິກ​ສ​ລົງ​ນາມ​ໃນຖະ​ແຫຼງ​ການ​ການ​ສຶກ​ສາ​ປັກ​ກິ່ງ
2017-07-06 10:18:45  cri 
ຜູ້​ສື່​ຂ່າວ​ລາຍ​ງານ​ຈາກກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ປະ​ເທດບ​ຣິກ​ສ​(ເບ​ຣ​ຊິນ,ຣັດ​ເຊຍ,ອິນ​ເດຍ,ຈີນ​ແລະ​ອາ​ຟ​ຣິກ​ກາ​ໃຕ້)ຄັ້ງ​ທີ5ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 5 ກໍ​ລະ​ກົດ​ນີ້​ວ່າ: ຫົວ​ໜ້າ​ຄະ​ນະ​ຜູ້​ແທນ 5 ປະ​ເທດບ​ຣິກ​ສ​ໄດ້​ລົງ​ນາມ​ໃນ​ຖະ​ແຫຼງ​ການ​ການ​ສຶກ​ສາ​ປັກ​ກິ່ງ​​ແລະ​ບັນ​ລຸ​ຄວາມ​ເປັນ​ເອ​ກະ​ພາບ​ການ​ຮ່ວມ​ມື​ໃນ​ຕໍ່​ໜ້າ.

ກອງ​ປະ​ຊຸມ​ຄັ້ງ​ນີ້​​ເນັ້ນຫົວ​ຂໍ້ "ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ​ປະ​ເທດບ​ຣິກ​ສ: ສົ່ງ​ເສີມ​​ໃຫ້​ ໂດດ​ເດັ່ນ​ແລະ​ຍຸ​ຕິ​ທຳ" ແລະ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ກໍ​ໄດ້​ອອກຖະ​ແຫຼງ​ການ​ການ​ສຶກ​ສາ​ປັກ​ກິ່ງ​ລະ​ບຸ​ວ່າ: ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ການ​ຮ່ວມ​ມື​ກັນ​ຂອງ​ສະ​ມາ​ຊິກ​ "ມະ​ຫາ​ວິ​ທະ​ຍາ​ໄລ​ເຄືອ​ຂ່າຍ​ປະ​ເທດບ​ຣິກ​ສ"​,ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ແລະ​ການ​ປະ​ດິດ​ສ້າງ​ໃໝ່ ພ້ອມ​ທັງ​ສົ່ງ​ເສີມ​ມະ​ຫາ​ວິ​ທະ​ຍາ​ໄລ​ຂອງ​ບັນ​ດາ​ປະ​ເທດບ​ຣິກ​ສ​ເຂົ້າ​ເປັນ​ສະ​ມາ​ຊິກ​ສະ​ຫະ​ພັນ​ມະ​ຫາ​ວິ​ທະ​ຍາ​ໄລ​ປະ​ເທດບ​ຣິກ​ສ.

ທ່ານ​ເສິນ​ປາວ​ເຊິ່ງ ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ​ຈີນ​ຢືນ​ຢັນ​ວ່າ ​ຜົນ​ຂອງ​ການ​ອອກຖະ​ແຫຼງການ​ການ​ສຶກ​ສາ​ປັກ​ກິ່ງດັ່ງ​ກ່າວນີ້​ຖື​ວ່າ​ເປັນ​ການ​ກະ​ກຽມ​​ໃຫ້​ແກ່​ການ​ພົບ​ປະ​ຂອງ​ປະມຸກ​ລັດ 5 ປະ​ເທດບ​ຣິກ​ສ​ທີ່​ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​ເຊ້ຍ​ເມີນ ສ​ປ ຈີນ​ໃນ​ເດືອນ​ກັນ​ຍາ​ທີ່​ຈະ​ມາ​ເຖິງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ