"ອາ​ລີ​ບາ​ບາ" ພ້ອມເພີ່ມທຶນ​​ກັບ​ບໍ​ລິ​ສັດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ໃຫຍ່​ທີ່​ສຸດ​ຂອງ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້
2017-07-06 11:11:45  cri 
ໜັງ​ສື​ພິມ "ຈາ​ກາ​ຕາ​ພົ​ສ" ປະ​ເທດ​ອິນ​ໂດ​ເນ​ເຊຍ​ລາຍ​ງານ​ຫວ່າງ​ມໍ່ໆ​ນີ້​ວ່າ, ເພື່ອ​ປັບ​ປຸງ​ຕະ​ຫຼາດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ໃຫ້​ດີ​ຂຶ້ນ​ຕື່ມ​ອີກ, ບໍ​ລິ​ສັດ "ອາ​ລີ​ບາ​ບາ" ເຊິ່ງ​ເປັນ​ບໍ​ລິ​ສັດການ​ຄ້າເອ​ເລັກ​ໂຕ​ຣ​ນິກ​ໃຫຍ່​ຂອງ​ຈີນ​ພ້ອມເພີ່ມ​ການ​ລົງ​ທຶນ 1 ຕື້​ໂດ​ລາ​​ຮ່ວມ​ກັບ​ບໍ​ລິ​ສັດ Lazada ເຊິ່ງ​ເປັນ​ບໍ​ລິ​ສັດ​​ການ​ຄ້າເອ​ເລັກ​ໂຕ​ຣ​ນິກ​ທີ່​ມີ​ຊື່ສຽງ​​ໂດຍ​ມີ​ສຳ​ນັກ​ງານ​ໃຫຍ່​ຕັ້ງ​ຢູ່​ສິງ​ກະ​ໂປ, ​ເຊິ່ງ​ເມື່ອ​ເຖິງເວ​ລາ​ນັ້ນ​​ຫຸ້ນ​ສ່ວນ​ຂອງ​ບໍ​ລິ​ສັດ "ອາ​ລີ​ບາ​ບາ" ຈະ​ເພີ່ມຈາກ 51% ​ເປັນ 83% ດ້ວຍ, ຍອດ​ມູນ​ຄ່າ​ການ​ລົງ​ທຶນ 2 ຕື້​ໂດ​ລາ​ສະ​ຫະ​ລັດ.

ທ່ານ​ຈ່າງ​ຢຸງ ​ຫົວ​ໜ້າ​ເຈົ້າ​ໜ້າ​ທີ່​ບໍ​ລິ​ຫານ​ງານ​ຫຼື CEO ຂອງ​ກຸ່ມ​ບໍ​ລິ​ສັດ "ອາ​ລີ​ບາ​ບາ" ກ່າວ​ວ່າ, ລະ​ດັບການ​ພັດ​ທະ​ນາ​ຕະ​ຫຼາດການ​ຄ້າ​ເອ​ເລັກ​ໂຕ​ຣ​ນິ​ກ​ຢູ່​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຍັງ​ຕ່ຳ, ​ແຕ່ມີ​ກຳ​ລັງ​ບົ່ມ​ຊ້ອນ​ຫຼາຍ. ​ເຊິ່ງ​ຕາມ​ການ​ຄາດ​ໝາຍ​ຂອງ​ບໍ​ລິ​ສັດ​ google ແລະ​ບໍ​ລິ​ສັດ Temasek Holdings, ຮອດ​ປີ 2025 ມູນ​ຄ່າ​ການ​ຄ້າ​ທາງ​ອິນ​ເຕີ​ເນັດ​ຢູ່​ເຂດ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຈະ​ເພີ່ມ​ຂຶ້ນ​ເປັນ 200 ຕື້​ໂດ​ລາ.

ຂ່າວ​ແຈ້​ງວ່າ, ກຸ່ມ​ບໍ​ລິ​ສັດ "ອາ​ລີ​ບາ​ບາ" ໄດ້​ກວາດ​ຊື້​ແລະ​ເປັນ​ຜູ້​ຖື​ຫຸ້ນ​ໃຫຍ່​ທີ່​ສຸດ​ຂອງ​ບໍ​ລິ​ສັດ Lazada ເມື່ອ​ປີ 2016, ​ໂດຍ​ການ​ດຳ​ເນີນ​ທຸ​ລະ​ກິດ​ຕົ້ນ​ຕໍ​ຂອງ​ບໍ​ລິ​ສັດ​ດັ່ງ​ກ່າວ​ຢູ່​ປະ​ເທດ​ສິງ​ກະ​ໂປ, ມາ​ເລ​ເຊຍ, ອິນ​ໂດ​ເນ​ເຊຍ, ຟີ​ລິບ​ປີນ, ໄທ​ແລະ​ຫວຽດ​ນາມ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ