ທ່ານ​ສີ​ຈິ້ນ​ຜິງ​ພົບ​ກັບ​ປະ​ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ
2017-07-06 15:49:56  cri 
ວັນ​ທີ 5 ກໍ​ລະ​ກົດ​ນີ້ ຢູ່​ນະ​ຄອນຫຼວງ​ແບກ​ແລັງ​ປະ​ເທດ​ເຢຍ​ລະ​ມັນ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົ​ບ​ປະ​ກັບ​ທ່ານ​ແຟ​ຣງ ໂວນ​ເຕີ ສ​ເຕນ​​ມີ​ເອີ ປະ​ທາ​ນາ​ທິ​ບໍ​ດີ​ເຢຍ​ລະ​ມັນ ໂດຍປະ​ມຸກ​ລັດທັງ​ສອງ​ປະ​ເທດ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ ແລະ ​ເປັນ​ເອ​ກະ​ພາບ​ກັນ​​ຕໍ່​ການ​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​​ໃນ​ໄລ​ຍະ​ຕໍ່​ໄປ.

ທ່າ​ນ​ສີ​ຈິ້ນ​ຜິງ​ກ່າວ​ເນັ້ນ​ວ່າ, ​ປັດ​ຈຸ​ບັນ​ໂລກ​ພວມ​​ປ່ຽນ​ແປງ​ຢ່າງ​ສັບ​ສົນ​ແລະ​ສະຫຼັບ​ສັບ​ຊ້ອນ, ດັ່ງ​ນັ້ນ ໃນ​ຖາ​ນະ​​ເປັນ​ກຸ່ມ​ເສດ​ຖະ​ກິດ​ທີ່​ສຳ​ຄັນ​ຂອງ​ໂລກ, ປະ​ເທດ​ການ​ຄ້າ​ໃຫຍ່​ແລະ​ປະ​ເທດ​ທີ່​ມີ​ອິດ​ທິ​ພົນ​ສຳ​ຄັນ​ໃນແຕ່​ລະ​ພາກ​ພື້ນ​, ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ລະ​ຫວ່າງ​ຈີນ-ເຢຍ​ລະ​ມັນ​ຍິ່ງ​ມີ​ຄວາມ​ໝາຍ​ຍຸດ​ທະ​ສາດ. ພວກ​ເຮົາ​ຕ້ອງ​ຍົກ​ສູງຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ທາງ​ຍຸດ​ທະ​ສາດ, ເຊື່ອມ​ຕໍ່​ຍຸດ​ທະ​ສາດ​ການ​ພັດ​ທະ​ນາ​ແບບ​ຄົບ​ວົງ​ຈອນ, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ ແລະ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ສາ​ກົນ​ຢ່າງກວ້າງ​ຂວາງ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃຫ້​ກ້າວ​ຂຶ້ນ​ສູ່​ລະ​ດັບ​ສູງກວ່າ​ເກົ່າ.

ທ່ານ​ສ​ເຕນ​​ມີ​ເອີຍ​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບທ່ານ​ສີ​ຈິ້ນ​ຜິງ​ຢ່າງ​ຈິງ​ໃຈ​​ທີ່​ໄປ​ຢ້ຽມ​ຢາມ​ເຢຍ​ລ​ະ​ມັນ​ໃນ​ຄັ້ງ​ນີ້ ທັງ​ໄດ້​ກ່າວ​ວ່າ, ຫຼາຍ​ສິບ​ປີ​ຜ່ານ​ມາ, ສາຍ​ພົວ​ພັນ​​ລະ​ຫວ່າງເຢ​ຍ​ລະ​ມັນ​ແລະ​ຈີນ​​ມີ​ຄວາມ​ຄືບ​ໜ້າ​ຢ່າງ​ໃຫຍ່ຫຼວງ, ການ​ຮ່ວມ​ມື​​ດ້ວຍ​ນ້ຳ​ໃຈໄມ​ຕີ​ຈິດ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ຮັບ​ຜົນ​ສຳ​ເລັດ​ຢ່າງຫຼວງຫຼາຍແລະ​ໄດ້​ປະ​ສານ​ງານ​ກັນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ວຽກ​ງານ​ສາ​ກົນ ແລະເຢຍ​ລ​ະ​ມັນ​ຍິນ​ດີ​ຮ່ວມ​ກັບ​ຈີນ ເພີ່ມ​ທະ​ວີ​ການ​ຮ່ວມ​ມືໃນ​ຂອບຫຼາຍ​ຝ່າຍ ເຊັ່ນ ກຸ່ມ 20 ປະ​ເທດ, ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ສາ​ກົນ ແລະ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ