​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ​ຊີ້: ການ​ທີ່ອິນ​ເດຍ​​ອ້າງເປັນ​ການ "ປ້ອງ​ກັນ​ບູ​ຖານ" ​ຄື​ການ​​ແກ້​ຕົວ​ເພື່ອ​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕ​ຂອງ​ຈີນ
2017-07-07 10:00:21  cri 
ຈາກ​ກໍ​ລະ​ນີ​ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍກ່າວ "ຈີນ​ບໍ່​ຄວນ​ເຂົ້າ​ສູ່​ດິນ​ແດນ​ບູ​ຖານ"ນັ້ນ, ທ່ານ​ເກີ​ງ​ຊວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​​ໄດ້ກ່າວໃນ​​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ6ກໍ​ລະ​ກົດ​ນີ້​ວ່າ, ເຂດ​ຕົ້ງ​ລາງ​ຂຶ້ນ​ເປັນ​ດິນ​ແດນ​ຂອງ​ຈີນ​ມາ​ແຕ່​ໃດໆ​ແລ້ວ, ​ເຊິ່ງໃນ​ຄວາມ​ເປັນ​ຈິງ​ນັ້ນ​ກໍ​ຄື​​ການ​ແກ້​ຕົວ​ກ່ຽວ​ກັບ​ການ​​ລ່ວງ​ລະ​ເມີດ​ອະ​ທິ​ປະ​ໄຕຜືນ​ແຜ່ນ​ດິນ​​ຈີນທີ່​ອິນ​ເດຍ​ອ້າງວ່າ​ເປັນ​ການ​ປ້ອງ​ກັນ​ບູ​ຖານ​ນັ້ນ​ເອງ.

ທ່ານ​ເກີງ​ຊວງ​ຊີ້​ອອກວ່າ, ຈີນ​ກ່າວ​ເນັ້ນຫຼາຍ​ເທື່ອ​ແລ້ວ​ວ່າ, ເຂດ​ຕົ້ງ​ລາງ​ຂຶ້ນ​ກັບ​ຈີນ​ແຕ່​ໃດໆ​ມາ, ແລະ​ຢູ່​ໃຕ້​ການ​ປົກ​ຄອງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຂອງ​ຝ່າຍ​ຈີນ, ເຊິ່ງ​ເປັນ​ເລື່ອງ​ທີ່​ບໍ່​ມີ​ຂໍ້​ຂັດ​ແຍ່ງ​ກັນ. ໃນ​ຄວາມ​ເປັນ​ຈິງ​ແລ້ວ, ອິນເດຍໃຊ້ຂໍ້ອ້າງ "ປ້ອງກັນບູຖານ" ເພື່ອເວົ້າແກ້ຕົວກ່ຽວກັບການກະທຳລ່ວງ​ລະ​ເມີດຜືນແຜ່ນດິນຂອງຈີນ, ແລະ​ເຈ​ດຕະ​ນາສ້າງ​ຂໍ້​ຂັດ​ແຍ້ງ​ກັນ​ຢູ່​ເຂດ​ຕົ້ງ​ລາງ, ສະ​ກັດ​ກັ້ນ​ແລະ​ກີດ​ຂວາງ​ການ​ເຈ​ລະ​ຈາ​ບັນ​ຫາ​ຊາຍ​ແດນ​ລະ​ຫວ່າງ​ຈີນ​ກັບ​ບູ​ຖານ.

​ຂະ​ນະ​ດຽວ​ກັນ, ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍ​ຍັງ​ກ່າວອີກ​ວ່າ, ປັດ​ຈຸ​ບັນ​,ບັນ​ຫາ​ລະ​ຫວ່າງ​ຈີນ​ແລະ​ອິນ​ເດຍ​ຄວນ​ແກ້​ໄຂ​ໂດຍ​ຜ່ານ​ທາງການທູດ. ສຳ​ລັບ​ເລື່ອງ​ນີ້, ທ່ານ​ເກີງ​ຊວງ​ກ່າວ​ວ່າ, ພວກ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ຢ້ຳ​ຫຼາຍ​ເທື່ອ​ແລ້ວ​ວ່າ, ເທື່ອ​ນີ້ກອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ຂອງ​ອິນ​ເດຍ​ຂ້າມ​ຜ່ານ​ຊາຍ​ແດນ​ຕອນ​ຊິກ​ຄິມ​ທີ່​ໄດ້​ກຳ​ນົດ​ໄວ້​ແລ້ວ​ຕາມ​ຊາຍ​ແດນ​ຈີນ-ອິນ​ເດຍ​ທັງ​ເປັນທີ່​ສອງ​ຝ່າຍ​ຮັບ​ຮອງ​ຮ່ວມ​ກັນ​ແລ້ວນັ້ນ​ຢ່າງ​ຜິດ​ກົດ​ໝາຍ, ເຊິ່ງ​ມີ​ຄວາມ​ແຕກ​ຕ່າງ​ດ້ານ​ທາດ​ແທ້​ກັບ​ກໍ​ລະ​ນີ​ທີ່ກອງ​ທະ​ຫານ​ປ້ອງ​ກັນ​ຊາຍ​ແດນ​ສອງ​ຝ່າຍ​ເກີດ​ຄວາມ​ຂັດ​ແຍ້ງ​ກັນ​ຢູ່​ເຂດ​ຊາຍ​ແດນ​ທີ່​ຍັງ​ບໍ່​ໄດ້​ກຳ​ນົດ​ຢ່າງ​ຄັກ​ແນ່. ຈີນ​ມີ​ເຈດ​ຈຳ​ນົງ​ທີ່​ແກ້​ໄຂ​ບັນ​ຫາ​ໂດຍ​ສັນ​ຕິ​ດ້ວຍ​ວິ​ຖີ​ການ​ທູດ, ກໍ​ທະ​ນຸ​ຖະ​ໜອມ​ສັນ​ຕິ​ພາບ​ແລະ​ຄວາມ​ສະ​ຫງົບ​ຢູ່​ເຂດ​ຊາຍ​ແດນ, ແຕ່​ປະ​ຖົມ​ປັດ​ໄຈ​ຂອງ​ທຸກ​ຢ່າງ​ນີ້​ແມ່ນ​ຊາວ​ອິນ​ເດຍ​ທີ່​ຂ້າມ​ຊາຍ​ແດນ​ຢ່າງ​ຜິດ​ກົດ​ໝາຍ​ນັ້ນ​ຕ້ອງ​ຖອນ​ຄືນ​ຢ່າງ​ບໍ່​ມີ​ເງື່ອນ​ໄຂ​ໃດໆ."

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ