ທ່ານ​ສີ​ຈິ້ນ​ຜີງ​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານຫຼີຊຽນ​ລູງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ
2017-07-07 11:27:47  cri 
ວັນ​ທີ6ກໍ​ລະ​ກົດ​ນີ້, ຢູ່ເມືອງຮາມ​ເບີກ​ປະ​ເທດ​ເຢຍ​ລະ​ມັນ, ​ທ່ານ​ສີ​ຈິ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ຕ້ອນ​ຮັບ​ການ​ເຂົ້າ​ຢ້ຽມ​ຄຳ​ນັບ​ຂອງ​ທ່ານຫຼີ​ຊຽນ​ລູງ ນາ​ຍົກ​ລັດ​ຖະ​ມົນ​ຕີ​ສິງ​ກະ​ໂປ.

ໂອ​ກາດ​ດັ່ງ​ກ່າວ,ທ່ານ​ສີ​ຈິ້ນ​ຜີງ​ກ່າວ​ເນັ້ນ​ວ່າ, ຈີນ​ແລະ​ສິງ​ກະ​ໂປ​ຕ້ອງ​ສືບ​ທອດ​ມູນ​ເຊື້ອທີ່​ດີ​ງາມ​ຈາກ​ຜູ້​ນຳ​ຮຸ່ນ​ເກົ່າ​ຂອງ​ສອງ​ປະ​ເທດ, ກຳ​ແໜ້ນ​ທິດ​ທາງ​ການ​ພັດ​ທະ​ນາ​ສາຍ​ພົວ​ພັນ​ສອງ​ປະ​ເທດທັງ​ໃນ​ລະ​ດັບ​ຍຸດ​ທະ​ສາດ​ແລະ​ໄລ​ຍະ​ຍາວ​ນານ, ສືບ​ຕໍ່​ສ້າງຄວາມ​ເຂົ້າ​ໃຈ​ແລະ​​ສະ​ໜັບ​ສະ​ໜູນ​ໃນ​ບັນ​ຫາ​ທີ່​ພົວ​ພັນ​ເຖິງ​ຜົນ​ປະ​ໂຫຍດໃຈ​ກາງ​ຂອງ​ກັນ​ແລະ​ກັນ​ລວມ​ທັງ​ບັນ​ຫາ​ສຳ​ຄັນ​ທີ່​ສອງ​ຝ່າຍສົນ​ໃຈ​ຮ່ວມ​ກັນ. ຂະ​ນະ​ດຽວ​ກັນ​ກໍຄວນ​ປະ​ດິດ​ສ້າງ​ແນວ​ຄິດ​ການ​ຮ່ວມ​ມື​​ໃໝ່,ລົງ​ເລິກ​ຂຸດ​ຄົ້ນ​ກຳ​ລັງ​​ແຮງບົ່ມ​ຊ້ອນ​ໃນ​ການ​ຮ່ວມ​ມື, ​ຮ່ວມ​ກັນຈັດ​ຕັ້ງ​ປະ​ຕິ​ບັດ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ໃນ​ການ​ຊຸກ​ຍູ້​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ເພີ່ມ​ທະ​ວີການຮ່ວມ​ມືເຊື່ອມ​ຈອດ​ພື້ນ​ຖານ​ໂຄງ​ລ່າງ, ການ​ຄ້າ​ແລະ​ການ​ລົງ​ທຶນ, ແລະ​ການ​ຮ່ວມ​ມື​ດ້ານ​ການ​ທະ​ນາ​ຄານ.

​ທ່ານ​ສີ​ຈິ້ນ​ຜີງກ່າວ​ຕື່ມວ່າ, ​ປັດ​ຈຸ​ບັນ​,ສິງ​ປະ​ໂປເປັນ​ປະ​ເທດ​ປະ​ສານ​ງານ​ອາ​ຊຽນ​ກັບ​ຈີນ, ແລະປີ​ໜ້າ​ກໍ​ຈະ​ດຳ​ລົງ​ຕຳ​ແໜ່ງ​ເປັນ​ປະ​ເທ​ດ​ປະ​ທານ​ໝູນ​ວຽນ​ ອາ​ຊຽນ, ​ເຊິ່ງຈີນ​ສະ​ໜັບ​ສະ​ໜູນ​ວຽກ​ງານ​ຂອງ​ສິງ​ກະ​ໂປຢ່າງ​ເຕັມ​ທີ່, ທັງເຊື່ອ​ໝັ້ນ​ວ່າ​ສິງ​ກະ​ໂປ​ຈະ​ຊຸ​ກ​ຍູ້​ອາ​ຊຽນ​ຮ່ວມ​ກັບ​ຈີນ ຍົກ​ລະ​ດັບ​ການ​ຮ່ວມ​ມື​ຕົວ​ຈິງ​ລະ​ຫວ່າງ​ສອງ​ຝ່າຍ, ຮ່ວມ​ກັນ​ນຳ​ໜ້າ​ຊຸກ​ຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ໃນ​ພາກ​ພື້ນ, ແລະສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ຈີນ-ອາ​ຊຽນ​ໃຫ້​ໜັ​ກ​ແໜ້ນກວ່າ​ເກົ່າ.

ທ່ານຫຼີ​ຊຽນ​ລູງ​ກ່າວ​ວ່າ, ​ໜຶ່​ງ​ປີ​ຜ່ານ​ມາ, ສາຍ​ພົວ​ພັນ​ສິງ​ກະ​ໂປ-ຈີນ​ໄດ້​ຮັບ​​ຜົນ​ງານໃໝ່. ​ຈາກສະ​ພາບ​ສາ​ກົນ​ທີ່​ຫັນປ່ຽ​ນ​ສະຫຼັບ​ສັບ​ຊ້ອນ​ນັ້ນ,ການ​ລົງ​ເລິກ​ການ​ແລກ​ປ່ຽນ​ແລະ​ການ​ຮ່ວມ​ມື​ມີ​ຄວາມ​ໝາຍ​ສຳ​ຄັນ​ທີ່​ສຸດ. ທັງ​ນີ້ສິງ​ກະ​ໂປ​ຈະ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ແລະ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ສ້າງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ", ​ຈັດ​ຕັ້ງ​ປະ​ຕິ​ບັດ​ໂຄງ​ການ​ສຳ​ຄັນ​ລະ​ຫວ່າງ​ລັດ​ຖະ​ບານ​ໃຫ້​ດີ, ເປີດກວ້າງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ທະ​ນາ​ຄານ,ລົດ​ໄຟ​ຄວາມ​ໄວ​ສູງ,ເຂດ​ການ​ຄ້າ​ເສ​ລີ​ແລະ​ອື່ນໆກັບ​ຈີນ. ​ແລະ​ຍິນ​ດີ​ຕັ້ງ​ໜ້າ​ຊຸກ​ຍູ້​ສາຍ​ພົວ​ພັນ​ຄູ່​ຮ່ວມ​ມື​ຈີນ-ອາ​ຊຽນໃຫ້​ແຂງ​ແຮງກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ