ຜູ້​ວ່າ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດ​ບ​ຣິກ​ສ​ພໍ​ໃຈຫຼັງ​ບໍ​ລິ​ການ2ປີ​ຜ່ານ​ມາ​ຂະ​ນະ​ທີ່​ມີ5ໂຄງ​ການ​ພວມ​ກະ​ກຽມ​ປະ​ຕິ​ບັດ​ຢູ່​ຈີນ
2017-07-07 14:31:28  cri 
ທ່ານ​ກາ​ມັດ ຜູ້​ວ່າ​ການ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດ​ບ​ຣິກ​ສ​ໃຫ້​ສຳ​ພາດ​ຢູ່​ຊຽງ​ໄຮ​ທີ່6ກໍ​ລະ​ກົດ​ນີ້​ໂດຍກ່າວ​ວ່າ, ຫຼັງ​ທະ​ນາ​ຄ​າ​ນເປີດ​ບໍ​ລິ​ການມາ​ເປັນ​ເວ​ລາ2ປີ​,​ກໍໄດ້​ຮັບ​ຜົນ​ງານ​ທີ່​ໜ້າ​ເພິ່ງ​ພໍ​ໃຈ, ​ຄື​ສາ​ມາດ​ສ້າງ​ພື້ນ​ຖາ​ນ​ການ​ພັດ​ທະ​ນາ​ໄດ້ຢ່າງ​ໝັ້ນ​ທ່ຽງ, ​ຂະ​ນະ​ທີ່ໃນ​ປີ​ນີ້​ແລະ​ປີ​ໜ້າ​​ຈະ​ອະ​ນຸ​ມັດ​ອີກ5ໂຄງ​ການ​ຢູ່​ຈີນ, ເຊິ່ງ​ມີ​ມູນ​ຄ່າ​ເຖິງ1,7ຕື້​ໂດ​ລາ.

ວັນ​ທີ21ກໍ​ລະ​ກົດ​ປີ2015ຜ່ານ​ມາ, ​ທະ​ນາ​ຄານ​ພັດ​ທະ​ນາ​ໃໝ່​ປະ​ເທດ​ບ​ຣິກ​ສ​ໄດ້​ເປີດ​ບໍ​ລິ​ການ​ຢ່າງ​ເປັນ​ທາງ​ການ.ແລະ​ຄາດ​ວ່າ​ໃນ​ປີ​ນີ້​ຈະ​ອະ​ນຸ​ມັດ10-15ໂຄງ​ການ, ມູນ​ຄ່າ​ແຕ່2,5ຕື້ - 3ຕື້​ໂດ​ລາ. ສ່ວນ​ປີ2017-2018,​ກໍ​ກຳ​ລັງ​ກະ​ກຽມ​ 23 ໂຄງ​ການທີ່​ມີ​ມູນ​ຄ່າ​ເຖິງ6ຕື້​ໂດ​ລາ, ໃນ​ນີ້​ຢູ່​ຈີນ​ມີ5ໂຄງ​ການ ​ມູນ​ຄ່າ​ປະ​ມານ1,7ຕື້​ໂດ​ລາ, ເຊິ່ງ​ລ້ວນ​ແຕ່​ເປັນ​ເງິນ​ກູ້ຂອງ​ລັດ​ຖະ​ບານ (Sovereign loans), ​ໂດຍຈະ​ສຸມ​ໃສ່​ຂົງ​ເຂດ​ພະ​ລັງ​ງ​ານ​ສີ​ຂຽວ, ​ລົດ​ໄຟ​ໃຕ້​ດິນ,ສະ​ໜາມ​ບິນ​ແລະ​ສິ່ງ​ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ອື່ນໆ.

ປີ2016,ທະ​ນາ​ຄານ​ດັ່ງ​ກ່າວ​ໄດ້​ອະ​ນຸ​ມັດ7ໂຄງ​ການໃຫ້5ປະ​ເທດ​ສະ​ມາ​ຊິກ, ເຊິ່ງ​ມີ​ມູນ​ຄ່າ1,5ຕື້​ໂດ​ລາ, ໂດຍເນັ້ນ​ໃສ່​​ຂົງ​ເຂດພະ​ລັງ​ງານ​ສີ​ຂຽວ,ຄົມ​ມະ​ນາ​ຄົມ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ