ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ວ່າ ການ​ບັນ​ລຸ​ການປອດ​ອາ​ວຸດ​ນິວ​ເຄ​ລຍ, ຮັກ​ສາ​ສັນ​ຕິ​ພາບ​ແລະ​ສ​ະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ນັ້ນ​ເປັນ​ຜົນປະ​ໂຫຍດຫຼາຍ​ທີ່​ສຸດ​ສຳ​ລັບ​ບັນ​ດາ​ຝ່າຍ
2017-07-07 11:30:21  cri 
ທ່ານ​ເກິ​ງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ການ​ຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 6 ກໍ​ລະ​ກົດ​ນີ້​ຢູ່​ນະ​ຄອນຫຼວງ​ປັກ​ກິ່ງວ່າ: ການ​ບັນ​ລຸ​​ການປອດ​ອາ​ວຸດ​ນິວ​ເຄ​ລຍ, ຮັກ​ສາ​ສັນ​ຕິ​ພາບ​ແລະ​ສ​ະ​ຖຽນ​ລະ​ພາບ​ຂອງ​ແຫຼມ​ເກົາຫຼີ​ນັ້ນ​ເປັນ​ຜົນປະ​ໂຫຍດຫຼາຍ​ທີ່​ສຸດ​ສຳ​ລັບ​ບັນ​ດາ​ຝ່າຍ​ໃນ​ບັນ​ຫາ​ແຫຼມ​ເກົາຫຼີ.

ຂ່າວ​ແຈ້ງວ່າ: ​ທ່ານໂບນ​ຕັນອະ​ດີດ​ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ອາ​ເມ​ລິ​ກາ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ຂຽນ​ບົດ​ຄວາມ​ກ່ຽວ​ກັບ​ສ​ປ​ປ ເກົາຫຼີ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂ້າມ​ທະ​ວີບ​ໂດຍ​ຢືນ​ຢັນ​ວ່າ ບົດ​ຮຽ​ນ​ໃນ​ໄລ​ຍະ 25 ປີ​ຜ່ານ​ມາ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ວິ​ທີ​ທາງ​ການ​ທູດ​ແລະ​ການ​ຂວ້ຳ​ບາດ​ທາງ​ເສດ​ຖະ​ກິດ​ນັ້ນ​ບໍ່​ສາ​ມາດ​ປ​ະ​ສົບ​ຜົນ​ສຳ​ເລັດແລ້ວ​ແລະໃນ​ທີ່​ສຸດ​ກໍ​ໝາຍ​ຄວາມ​ວ່າ ອາ​ເມ​ລິ​ກາ​ຕ້ອງ​ແກ້​ໄຂ​ບັນ​ຫາ​ນີ້​ດ້ວຍ​ກຳ​ລັງ​​ທະ​ຫານ. ​ຕໍ່ກໍ​ລະ​ນີ​ນີ້, ທ່ານ​ເກິງ​ສວງ​ຊີ້​ວ່າ:

ມັນ​ບໍ່​ເປັນ​ເລື່ອງ​ແປກ​ທີ່​ທ່ານ​ໂບນ​ຕັນ​ຖະ​ແຫຼງ​ຖ້ອຍ​ຄຳ​ແບບ​ນີ້ ທັງ​ສອດ​ຄ່ອງ​ກັບ​ແບບ​ແຜນ​ວິ​ທີ​ປະ​ຕິ​ບັດ​ການ​ຂອງ​ເພິ່ນ​ມາ​ໂດຍ​ຕະຫຼອດ. ແຕ່​ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ທຸກ​ທ່ານຍິ່ງຄວນ​ເອົາ​ໃຈ​ໃສ່​ການ​ສະ​ແດງ​ທ່າ​ທີ​ຂອງ​ທ່ານ​ນາງ​ນິກ​ຄີ ເຮ​ລີ ຜູ້​ຕາງ​ໜ້າ​ຖາ​ວອນ​ຂອງ​ອາ​ເມ​ລິ​ກາ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄົນ​ປັດ​ຈຸ​ບັນ​​ໃຫ້ຫຼາຍກວ່າ. ໃນ​ກອງ​ປະ​ຊຸມ​ສຸກ​ເສີນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ກ່ຽວ​ກັບ​ບັນ​ຫາ​ສ​ປ​ປ ເກົາຫຼີ​ທົດ​ລອງ​ຍິງ​ລູກ​ສອນ​ໄຟ​ຂ້າມ​ທະ​ວີບ ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 5 ກໍ​ລະ​ກົດ​ນີ້, ທ່ານ​ນາງ​ເຮ​ລີ​ຢືນ​ຢັນ​ວ່າ ອາ​ເມ​ລິ​ກາ​ຈະ​ປົກ​ປ້ອງ​ຄວາມ​ໝັ້ນ​ຄົງ​ຂອງ​ປະ​ເທດ​ຕົນ​ກໍ​ຄື​ຂອງ​ພັນ​ທະ​ມິດ ແຕ່​ບໍ່​ກຽມ​ຈະ​ໃຊ້​ວິ​ທີ​ທາງ​ການ​ທະ​ຫານ​ເພື່ອ​ແກ້​ໄຂ​ບັນ​ຫາ. ຂ້າ​ພະ​ເຈົ້າ​ເຫັນ​ວ່າ ນີ້​ໄດ້​ຕາງ​ໜ້າ​ໃຫ້​ຈຸດ​ຢືນ​ທາງ​ການ​ຂອງ​ອາ​ເມ​ລິ​ກາ.

ທ່ານ​ເກິງ​ສວງ​ເນັ້ນ​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ-ຣັດ​ເຊຍ​ໄດ້​ອອກ​ຖະ​ແຫຼງການ​ຮ່ວມ​ວ່າ​ດ້ວຍ​ບັນ​ຫາ​ແຫຼມ​ເກົາຫຼີ​​ໂດຍ​ຢືນ​ຢັນ​ວິ​ທີ​ການທາງ​ທະ​ຫານ​ບໍ່​ຄວນ​ເປັນ​ທາງ​ເລືອກ​ໃນ​ການ​ແກ້​ໄຂ​ບັນ​ຫາ​ແຫຼມ​ເກົາຫຼີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ