ໂອກາດທີ່ກອງປະຊຸມສຸດຍອດກຸ່ມ 20 ປະເທດຫຼື G20 ຈະຈັດຂຶ້ນຢູ່ເມືອງຮາມເບີກປະເທດເຢຍລະມັນໃນໄວໆນີ້, ທ່ານຈູ່ກວ່າງຢ້າວ ຮອງລັດຖະມົນຕີກະຊວງການເງິນຈີນຢືນຢັນໃນການຖະແຫຼງຂ່າວໃນວັນທີ 6 ກໍລະກົດນີ້ວ່າ:ຕົນໝັ້ນໃຈທີ່ບັນດາຝ່າຍຈະບັນລຸນະໂຍບາຍການແກ້ໄຂບັນຫາຫຼັກການການຄ້າເສລີແລະຍຸຕິທຳຢູ່ໃນກອງປະຊຸມເທື່ອນີ້ບົນພື້ນຖານການລົງເລິກແລກປ່ຽນຄວາມຄິດຄວາມເຫັນຢ່າງກວ້າງຂວາງ.
ທ່ານຈູ່ກວ່າງຢ້າວຊີ້ວ່າ: ການທີ່ຮັກສາລະບຽບການຄ້າຫຼາຍຝ່າຍໂດຍຖືເອົາອົງການການຄ້າໂລກເປັນໃຈກາງ,ກະຕິກາເປັນພື້ນຖານ ແລະ ໂປ່ງໃສ,ບໍ່ຈຳແນກ,ເປີດປະຕູແລະກວມລວມນັ້ນເປັນຜົນງານທີ່ສຳຄັນຂອງກອງປະຊຸມສຸດຍອດ G20 ທີ່ຫາງໂຈ່ວ. ແນວໃດກໍດີ, ໃນຖານະເປັນກຸ່ມເສດຖະກິດສຳຄັນຂອງໂລກ, ການເສີມຂະຫຍາຍສາຍພົວພັນການຄ້າກັບປະເທດອື່ນໆໃນໂລກນັ້ນສອດຄ່ອງກັບຜົນປະໂຫຍດຂອງທຸກປະເທດສະມາຊິກ G20.
ທ່ານຈູ່ກວ່າງຢ້າວຢືນຢັນວ່າ ຈີນເປັນປະເທດທີ່ມີສ່ວນຮ່ວມ,ຜູ້ກໍ່ສ້າງ,ຜູ້ປະກອບສ່ວນທັງເປັນຜູ້ໄດ້ຮັບຜົນປະໂຫຍດຈາກລະບົບເສດຖະກິດສາກົນໃນປັດຈຸບັນເຊິ່ງກວມເອົາທັງລະບົບການຄ້າໂລກ. ຈາກນີ້, ຈີນຈະສະໜັບສະໜູນຂະບວນການເສດຖະກິດໂລກາພິວັດຢ່າງເດັດດ່ຽວໜຽວແໜ້ນ ແລະການທີ່ຈີນສະເໜີຂໍ້ລິເລີ່ມ "ໜຶ່ງແລວທາງໜຶ່ງເສັ້ນທາງ"ກໍເພື່ອປະຕິບັດຕາມຫຼັກການຫາລືຮ່ວມ,ກໍ່ສ້າງຮ່ວມແລະໄດ້ຮັບຜົນປະໂຫຍດຮ່ວມເພື່ອສ້າງຜົນປະໂຫຍດໃຫ້ແກ່ປະຊາຊົນບັນດາປະເທດ ລຽບຕາມເສັ້ນທາງດັ່ງກ່າວກໍຄືປະເທດອື່ນໆໃນໂລກ.