ຮອງ​ລັດ​ຖະ​ມົນ​ຕີ​ການ​ເງິນ​ຈີນ​ຢືນ​ຢັນ​ ຫຼັກ​ການ​ການ​ຄ້າ​ເສ​ລີ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ຂອງ​ທຸ​ກ​ປະ​ເທ​ດກຸ່ມ​G20
2017-07-07 14:44:03  cri 
ໂອ​ກາດ​ທີ່ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດຫຼື G20 ຈະ​ຈັດ​ຂຶ້ນ​ຢູ່​ເມືອງ​​ຮາມ​ເບີກ​ປະ​ເທດ​ເຢຍ​ລະ​ມັນ​ໃນ​ໄວໆ​ນີ້, ທ່ານ​ຈູ່ກວ່າງ​ຢ້າວ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ຈີນ​ຢືນ​ຢັນ​ໃນ​ການຖະ​ແຫຼງ​ຂ່າວ​ໃນ​ວັນ​ທີ 6 ກໍ​ລະ​ກົດ​ນີ້​ວ່າ:​ຕົນ​ໝັ້ນ​ໃຈ​​ທີ່ບັນ​ດາ​ຝ່າຍ​ຈະ​ບັນ​ລຸ​ນະ​ໂຍ​ບາຍ​​ການ​ແກ້​ໄຂ​ບັນ​ຫາຫຼັກ​ການ​ການ​ຄ້າ​ເສ​ລີ​ແລະ​ຍຸ​ຕິ​ທຳ​ຢູ່​ໃນ​ກອງ​ປະ​ຊຸມ​​ເທື່ອ​ນີ້​ບົນ​ພື້ນ​ຖານ​​ການ​ລົງ​ເລິກ​ແລ​ກ​ປ່ຽນ​ຄວາມ​ຄິດ​ຄວາມ​ເຫັນ​​ຢ່າງກວ້າງ​ຂວາງ.

ທ່ານ​ຈູ່ກວ່າງ​ຢ້າວ​ຊີ້​ວ່າ: ການ​ທີ່​ຮັກ​ສາ​ລະ​ບຽບ​ການ​ຄ້າຫຼາຍ​ຝ່າຍ​ໂດຍ​ຖື​ເອົາ​ອົງ​ການ​ການ​ຄ້າ​ໂລກ​ເປັນ​ໃຈ​ກາງ,​ກະ​ຕິ​ກາ​ເປັນ​ພື້ນ​ຖານ ແລະ​ ​ໂປ່ງ​ໃສ,ບໍ່​ຈຳ​ແນກ,ເປີດ​ປະ​ຕູ​ແລະ​ກວມ​ລວມ​ນັ້ນ​ເປັນຜົນ​ງານ​ທີ່ສຳ​ຄັນ​ຂອງກອງ​ປະ​ຊຸມ​ສຸດຍອດ G20 ທີ່​ຫາງ​ໂຈ່ວ. ແນວ​ໃດ​ກໍ​ດີ, ໃນ​ຖາ​ນະ​ເປັນ​ກຸ່ມ​ເສດ​ຖະ​ກິດ​ສຳ​ຄັນ​ຂອງ​ໂລກ, ການ​ເສີມຂະ​ຫຍາຍ​ສາຍ​ພົວ​ພັນ​ການ​ຄ້າ​ກັບ​ປະ​ເທດ​ອື່ນໆ​ໃນ​ໂລກ​ນັ້ນ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫ​ຍດ​ຂອງ​ທຸກ​​ປະ​ເທດສະ​ມາ​ຊິກ G20.

ທ່ານ​ຈູ່ກວ່າງ​ຢ້າວ​ຢືນ​ຢັນ​ວ່າ ຈີນ​ເປັນ​​ປະ​ເທດ​ທີ່​ມີ​ສ່ວນ​ຮ່ວມ,ຜູ້​ກໍ່​ສ້າງ,ຜູ້​ປະ​ກອບ​ສ່ວນ​ທັງ​ເປັນ​ຜູ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ລະ​ບົບ​ເສດ​ຖະ​ກິດ​ສາ​ກົນ​ໃນ​ປັດ​ຈຸ​ບັນ​ເຊິ່ງ​ກວມ​ເອົາທັງ​ລະ​ບົບ​ການ​ຄ້າ​ໂລກ. ຈາກ​ນີ້, ຈີນ​ຈະ​ສະ​ໜັບ​ສະ​ໜູນ​ຂະ​ບວນ​ການ​ເສດ​ຖະ​ກິດ​ໂລ​ກາ​ພິ​ວັດ​ຢ່າງ​ເດັດ​ດ່ຽວ​ໜຽວ​ແໜ້ນ ແລະ​ການ​ທີ່​ຈີນ​ສະ​ເໜີ​ຂໍ້​ລິ​ເລີ່ມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ"​ກໍ​ເພື່ອ​ປະ​ຕິ​ບັດ​ຕາມຫຼັກ​ການ​ຫ​າ​ລື​ຮ່ວມ,ກໍ່​ສ້າງ​ຮ່ວມ​ແລະ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຮ່ວມ​ເພື່ອ​ສ້າງ​ຜົນ​ປະ​ໂຫຍດ​ໃຫ້​ແກ່​ປະ​ຊາ​ຊົນ​ບັນ​ດາ​ປະ​ເທດ ​ລຽບ​ຕາມ​ເສັ້ນ​ທາງ​ດັ່ງ​ກ່າວ​ກໍ​ຄື​ປະ​ເທດ​ອື່ນໆ​ໃນ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ