ໄຂກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​
2017-07-07 16:54:21  cri 

ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຄັ້ງທີ 12 ​​ໄດ້​ໄຂ​ຂຶ້ນຢູ່​ເມືອງ​ທ່າ​ແຮມ​ເບິ​ກ ທາງ​ພາກ​ເໜືອ​ເຢຍລະ​ມັນ​ໃນ​ວັນ​ທີ 7 ກໍລະກົດ​ນີ້ ​ແລະ ຈະ​ດຳ​ເນີນ​ເປັນ​ເວລາ 2 ວັນ. ຂະນະ​ທີ່​ໃນ​ເງື່ອນ​ໄຂ​ຂອງເສດຖະກິດ​ໂລກ​ມີ​ສັນຍານ​ອັນຕັ້ງໜ້າ ​ແຕ່​ກໍ​ມີ​ຄວາມ​ສ່ຽງ​ນັ້ນ, ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້​ອາດ​ຈະ​ສືບ​ຕໍ່​ແລະ​ລົງ​ເລິກ​ປະຕິບັດ​ຕາມຄວາມ​ເປັນ​ເອກະພາບ​ກັນລະຫວ່າ​ງບັນດາ​ຝ່າຍ​ໃນ​ກອງ​ປະຊຸມ​ສຸດ​ຍອດທີ່​ຈັດ​ຂຶ້ນຢູ່​ເມືອງ​ຫັງ​ໂຈ່​ວ ສປ ຈີນ​ໃນ​ປີຜ່ານມາ ພ້ອມ​ທັງ​ພະຍາຍາມ​ບັນລຸ​ຂໍ້​ຕົກລົງ ​ເພື່ອ​ຮັບ​ມື​ກັບ​ບັນດາສິ່ງ​ທ້າ​ທາຍ​ຮ່ວມຫຼາຍກວ່າ​​ເກົ່າອີກ ​ເປັນຕົ້ນ ລັດທິ​ປົກ​ປ້ອງ​ການ​ຄ້າ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ ​ແລະ​ອື່ນໆ ​ເພື່ອ​ບັນລຸ​ການ​ເຕີບ​ໂຕ​ຕໍ່​ເນື່ອງທີ່​ດຸນ​ດ່ຽງ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ ​ແລະ ກວມ​ລວມ​ກວ່າເກົ່າ.

ທ່ານ​ສີ​ຈິ້ນ​ຜິ​ງ ປະທານ​ປະ​ເທດ​ຈີນ​ກໍ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ. ຂະ​ນະ​ທີ່​​ໃນ​ວັນ​ທີ 6 ທ່ານ​ໄດ້​ກ່າວຢູ່​ເມືອງ​ແຮມ​ເບິ​ກວ່າ: ພວກ​​ເຮົາສະໜັບສະໜູນ​ເຢຍລະ​ມັນ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ແຮມ​ເບິ​ກ ​ແລະ​ຫວັງ​ວ່າ​​​ໂດຍ​ຢູ່ບົນ​ພື້ນຖານ​ຂອງກອງ​ປະຊຸມ​ສຸດ​ຍອດ​ເມືອງ​ຫັງ​ໂຈ່​ວ ປີຜ່ານມາ ກອງ​ປະຊຸມ​ສຸດ​ຍອດ​ຄັ້ງນີ້​ຈະ​ໄດ້​ຮັບ​ຜົນ​ຢ່າງຫຼວງຫຼາຍ​ເຊັ່ນ​ດຽວ​ກັນ ​ແລະ​ເປັນ​ການ​ສົ່ງສັນຍານ​ທີ່ຕັ້ງໜ້າຕໍ່​ພາຍ​ນອກກ່ຽວ​ກັບ​ການ​ເປີດ​ປະຕູ​ແລະ​ຮ່ວມ​ມື.

​ເມື່ອ​ທຽບ​ໃສ່​ປີຜ່ານມາ, ​ເສ​ດຖະກິດ​ໂລກ​ໄດ້​ມີ​ສັນຍານ​ອັນຕັ້ງໜ້າ ​ແລະທ່າອ່ຽງການ​ພັດທະນາ​ກໍໄດ້​ຮັບ​ການ​ປັບປຸງ​ດີຂຶ້ນ ​ເຊິ່ງ​​ເປັນ​ການ​ສ້າງ​ເງື່ອນ​ໄຂ​ທີ່​ດີ​ໃຫ້​ແກ່​ບັນດາ​ທ່ານຜູ້ນຳ​ ​ໄດ້​ປຶກສາ​ຫາລື​ແຜນການ​ໃຫຍ່​​ໃນການ​ພັດທະນາ​ແບບ​ກວມ​ລວມ​ແລະ​ຕໍ່​ເນື່ອງ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເມືອງ​ແຮມ​ເບິ​ກ. ​ແນວ​ໃດ​ກໍ​ດີ ​ໃນປັດຈຸບັນ, ​ເສດຖະກິດ​ໂລກ​​ຍັງ​ປະ​ເຊີນ​ສິ່ງ​ທ້າ​ທາຍ​ອັນ​ຂ້ຽວ​ຂາດຫຼາຍຢ່າງ ລວມທັງ​ກະ​ແສ​ຕໍ່ຕ້ານ​ຂະ​ບວນການ​ໂລກາ​ພິວັດ, ລັດທິ​ປົກ​ປ້ອງ​ການ​ຄ້າ, ຄວາມ​ສ່ຽງ​ທີ່​ເກີດ​ຂຶ້ນກັບ​ຄວາມ​ໝັ້ນທ່ຽງ​ດ້ານ​ການ​ທະນາຄານ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ, ວິ​ກິດ​ການ​ຈາກຊາວ​ອົບ​ພະຍົບ, ລັດທິ​ກໍ່​ການ​ຮ້າຍ ​ແລະ​ອື່ນໆ. ​ເພື່ອ​ຮ່ວມ​ມື​ກັນ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​​ໃນລັກສະນະ​ທົ່ວ​ໂລກ​ເຫຼົ່ານີ້, ບັນດາ​ທ່ານຜູ້ນຳ​ຈະ​ຕ້ອງ​​ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ເມືອງ​ແຮມ​ເບິ​ກ ​​ເໝືອນ​ດັ່ງການ​ກ່າວ​ຂອງ​ທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນທີ່​ວ່າ "ພວກ​ເຮົາ​ຕ້ອງການ​ເລັ່ງ​ໃຫ້​ກຸ່ມ 20 ປະ​ເທດ​​ແຂງແຮງ​ກວ່າ​ທຸກ​ເວລາ​ຜ່ານ​ມາ".

​ເລີ່​ມ​ແຕ່​​ເຂົ້າຮັບ​ໜ້າ​ທີ່​ເປັນ​ປະ​ເທດ​ປະທານ​ໝູ​ນວຽນ​ກຸ່ມ 20 ປະ​ເທດ​ປະຈຳ​ປີ 2017 ​ເມື່ອ​ເດືອນ​ທັນວາ​ປີ 2016, ​ເຢຍລະ​ມັນ​ກໍ​ໄດ້ກຳ​ຈົດຈຸດ​ສຳຄັນ​ຂອງ​ກອງ​ປະຊຸມ​ສຸດ​ຍອດ​ແຮມ​ເບິ​ກ​ໃນ​ເບື້ອງ​ຕົ້ນ ລວມທັງ​ 3 ເປົ້າໝາຍ​ໃຈກາງ ຄື ຮັບປະກັນ​ຄວາມ​ໝັ້ນທ່ຽງ, ຍົກ​ຂີດ​ຄວາມ​ສາມາດ​ໃນ​ອະນາຄົດ ​ແລະ​ແບກ​ຫາບ​ຄວາມ​ຮັບຜິດຊອບ.

ຂະນະ​ທີ່​ຫົວ​ຂໍ້ກອງ​ປະຊຸມ​ສຸດ​ຍອດ​ແຮມ​ເບິ​ກ ຄື "ສ້າງ​ໂລກ​​ເຊື່ອມ​ຕໍ່ກັນ"(Shape an interconnected world) ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ເຖິງຫຼັກໝັ້ນຂອງ​ເຢຍລະ​ມັນ​ທີ່​ຊຸກຍູ້​ຂະ​ບວນການ​ໂລກາ​ພິວັດ. ຂະນະ​ທີ່​ເມື່ອ​ບໍ່​ດົນ​ມາ​ນີ້, ​ປະມຸກ​ລັດບັນດາ​ປະ​ເທດ​ເອີຣົບກໍ​ໄດ້​ກ່າວຢ້ຳຕໍ່ການ​ສະໜັບສະໜູນ​ການ​ຄ້າ​ເສລີ, ​ແຕ່ຈຸດຢືນຂອງ​ລັດຖະບານອາ​ເມ​ລິ​ກາ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ແຮມ​ເບິ​ກນັ້ນ, ວົງ​ການຕ່າງໆ​ ​ພັດບໍ່​​ເຫັນ​ແງ່​ດີ​ໃດໆ ດັ່ງທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ ​ໄດ້​ກ່າວ​ວ່າ: ​ເອີຣົບ​ແລະ​ອາ​ເມ​ລິ​ກາ​ມີ​ຄວາມ​ຂັດ​ແຍ້​ງກັນ​ຢ່າງ​ຈະ​ແຈ້ງ, ການປຶກສາ​ຫາລື​ບັນຫາຕ່າງໆ​ໃນ​ກອງ​ປະຊຸມ​ສຸດ​ຍອດ​ແຮມ​ເບິ​ກຈະ​ປະສົບ​ຄວາມ​ຫຍຸ້ງຍາກຢ່າງ​ແນ່ນອນ.

ສ່ວນບັນຫາການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດກໍ​ໄດ້​ຮັບ​ຄວາມ​ສົນ​ໃຈ​ເຊັ່ນ​ດຽວ​ກັນ ຫຼັງລັດຖະບານອາ​ເມ​ລິ​ກາ​ປະກາດ​​ຖອນ​ອອກ​ຈາກ "ສັນຍາ​ປາຣີ" ທີ່​ເປັນ​ສັນຍາ​ເພື່ອ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດຂອງ​ອົງການ​ສະຫະ​ປະຊາ​ຊາດ​ ໃນ​ເດືອນ​​ຜ່ານ​ມາ​. ທ່ານ​ນາງ​ເມີ​ແຄວ ກ່າວ​ວ່າ: ບັນດາປະ​ເທດ​ເອີຣົບມີ​ຈຸດ​ຢືນ​ທີ່ເປັນ​​ເອກະ​ພາບ​ກັນ​ໃນ​ການ​ຊຸກຍູ້ "ສັນຍາ​ປາຣີ" ທັງ​ມີ​ທ່າ​ທີ​ເດັດດ່ຽວ​ກວ່າ​​ເວລາໃດ​ໝົດ. ກ່ອນ​ໜ້າ​ນີ້, ລັດຖະບານ​ເຢຍລະ​ມັນ​ກໍ​ໄດ້​ຖະ​ແຫຼງວ່າ ທ່ານ​ນາງ​ເມີ​ແຄວ ນາຍົກລັດຖະມົນຕີປະ​ເທດ​ຕົນ​ຈະ​ພົບ​ປະ​ກັບ​ທ່ານ​ໂດ​ນັນ ທຣຳ ປະທານາທິບໍດີ​ອາ​ເມ​ລິ​ກາ, ​ແຕ່​ເມື່ອ​ພິຈາລະນາ​ທ່າ​ທີ​ຂອງ​ທ່ານ​ໂດ​ນັນ ທຣຳ​ແລ້ວ, ທ່ານ​ນາງ​ເມີ​ແຄວ ກໍ​ກ່າວ​ວ່າ: ບໍ່​ຮັບປະກັນ​ວ່າການ​ພົບ​ປະ​ສອງ​ຝ່າຍເທື່ອ​ນີ້ຈະ​ສາມາດ​ແກ້​ໄຂ​ຄວາມ​​ເຫັນ​ຂັດ​​ແຍ້​ງກັນ​ລະຫວ່າງ​ເຢຍລະ​ມັນ-ອາ​ເມ​ລິ​ກາ​ທີ່​ເກີດ​ຂຶ້ນມາ​ໄດ້ຫຼືບໍ່ ​ແລະການ​ປຶກສາ​ຫາລື​ກັນ​ລະຫວ່າງ​ບັນດາ​ຝ່າຍໃນ​ກອງ​ປະຊຸມສຸດ​ຍອດ​ຄັ້ງນີ້​ຈະ​​ເຕັມ​ໄປ​ດ້ວຍ​ຄວາມ​ຫຍຸ້ງຍາກ​ຕ່າງໆ​ນານາ.

ທ່ານ​ຈູ່ກວ່າ​ງຢ້າວ ຮອງລັດຖະມົນຕີ​ກະຊວງ​ການ​ເງິນ​ຈີນ ກ່າວ​ວ່າ: ກອງ​ປະຊຸມ​ສຸດ​ຍອດ​ແຮມ​ເບິ​ກ​ໄດ້​ວາງ 3 ຫົວ​ຂໍ້​ສຳຄັນ​​ດ້ານ​ການ​ເງິນ ​ແລະ ການ​ທະນາຄານ ​ເປັນຕົ້ນ ຫຼັກການ​ເພີ່ມ​ທະວີຄວາມໝັ້ນ​ໜຽວ​ທົນ​ທານ​ຂອງ​ເສດຖະກິດ, ສົ່ງ​ເສີມ​ການ​ລົງທຶນ ​ໂດ​ຍສະ​ເພາະ​ການ​ລົງທຶນ​ຢູ່ອາ​ຟຣິກາ ​ແລະ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ດີ​ຈີ​ຕອນ ​ເຊິ່ງ​ເປັນ​ການສືບ​ຕໍ່​ຫົວ​ຂໍ້​ຂອງ​ກອງ​ປະຊຸມສຸດ​ຍອດຫັງ​ໂຈ່​ວ ​ໂດຍຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ເປັນ​ຢ່າງ​ສູງ ທັງ​ ສະໜັບສະໜູນ 3 ຫົວຂໍ້​ດັ່ງກ່າວ ຢ່າງ​ເຕັມ​ປ່ຽມ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ