ພາກ​ໃຕ້ໄທ​ສ້າງ​ຕັ້ງມູນ​ນິທິ​ພັດທະນາ​ການ​ສຶກສາ​ວັດທະນະທຳ​ຈີນ
2017-07-07 16:58:04  cri 

ກອງ​ປະຊຸມຫາລື "​ໂຮງຮຽນຕົວ​ແບບການ​ສຶກສາ​ວັດທະນະທຳ​ຈີນ" ພາກ​ໃຕ້​ໄທ​ປີ 2017 ​ໄດ້​ຈັດ​ຂຶ້ນຢູ່​ເມືອງ​ຫາດ​ໃຫຍ່​ໃນ​ວັນ​ທີ 6 ກໍລະກົດ​ນີ້ ​ເພື່ອ​​ສົ່ງ​ເສີມ​ການ​ພັດທະນາ​ການ​ສຶກສາ​ວັດທະນະທຳ​ຈີນ.

ທ່ານ​ໂຈ່​ວ​ໄຫ​ເສິງ ຫົວໜ້າ​ສະຖານກົງສຸນ​ໃຫຍ່​ຈີນ​ປະຈຳສົງ​ຂາ ຕາງໜ້າ​ຫ້ອງການ​ກິດຈະການ​ຊາວ​ຈີນ​ຕ່າງ​ດ້າວ ລັດຖະບານ​ຈີນ ​​ໄດ້ມອ​ບທຶນ​ອຸດ​ໜູນປະຈຳ​ປີ 2017​ ໃຫ້​ແກ່​ "​ໂຮງຮຽນ​ຕົວ​ແບບ" 7 ​ແຫ່ງ ​ແລະ "​ໂຮງຮຽນ​ທຸກ​ຍາກ" 2 ​ແຫ່ງ​ຢູ່​ພາກ​ໃຕ້​ໄທ, ຂະນະ​ທີ່​ທ່ານ​ຈ່າງ​ຊິ່ນ​ຊາງ ຫົວໜ້າ​ຄະນະ​ອຳນວຍ​ການ​ສະມາຄົມ​ການ​ກຸສົນ​ການ​ສຶກສາ​ໂຮງຮຽນ​ໂກກ​ວ່າງ​ເມືອງ​ຫາດ​ໃຫຍ່ ​ແລະ​ທ່ານ​ອື່ນໆ ກໍ​ໄດ້​ບໍລິຈາກ​ທຶນ​ເພື່ອ​ສົມທົບທຶນ​ສ້າງຕັ້ງ "ມູນ​ນິທິ​ພັດທະນາ​ການ​ສຶກສາ​ວັດທະນະທຳ​ຈີນ".

ທ່ານ​ໂຈ່​ວ​ໄຫ​ເສິງ ຫົວໜ້າ​ສະຖານ​ກົງສຸນ​ໃຫຍ່​ຈີນ​ປະຈຳ​ສົງ​ຂາປະ​ເທດ​ໄທ ກ່າວ​​ໂດຍ​ຫວັງ​ວ່າ ​ໂຮງຮຽນ​ແຫ່ງ​ຕ່າງໆ​ຈະ​ຕັ້ງໜ້າເສີມ​ຂະຫຍາຍ​ບົດບາດນຳ​ໜ້າ ​ແລະ ​ເປັນ​ຕົວ​ແບບ, ນຳ​ໃຊ້​ທຶນ​ອຸດ​ໜູນ​ໃຫ້​ດີ, ຮ່ວມ​ມື​ກັນ​ເພື່ອ​ຊຸກຍູ້​ການ​ສຶກສາ​ວັດທະນະທຳ​ຈີນ​ຢູ່​ພາກ​ໃຕ້​ໄທ​ໃຫ້​ພັດທະນາ​ຍິ່ງໆຂຶ້ນ. ​ປັດຈຸບັນ, ພາສາ​ຈີນກໍ​ເໝືອນ​ດັ່ງ​ພາສາ​ອັງກິດ ​​ໂດຍ​ໄດ້ກາຍ​ເປັນ​ພາສາ​ທີ່​ໃຊ້​​​​ເປັນ​ບໍລິ​ເວນ​ກວ້າງ​ໃນ​ທົ່ວ​ໂລກ ​ແລະ ປະ​ເທດ​ໄທ​ກໍ​ສົນ​ໃຈ​ສູງ​ຕໍ່ການ​ສຶກສາ​ວັດທະນະທຳ​ຈີນ ​ເຊິ່ງ​ທັງ​ໂຮງຮຽນ​ພາກ​ລັດ ​ແລະ ສະ​ຖາ​ບັນ​ອົບຮົມ​ພາກ​ເອກະ​ຊົນ​ກໍ​ໄດ້ສ້າງຫຼັກສູດການ​ສອນ​ພາສາ​ຈີນ, ຂະນະ​ທີ່​ຫ້ອງ​ຮຽນ​ຂົງຈື້ ​ໂຮງຮຽນ​ມັດ​ທະຍົມ​ໂກກ​ວ່າງ​ຫາດ​ໃຫຍ່​ໄດ້​ຮັບນາມມະຍົດ "ຫ້ອງ​ຮຽນ​ຂົງຈື້ທີ່​ກ້າວໜ້າ" ທົ່ວ​ໂລກນັ້ນ ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ເຖິງ​ການ​ພັດທະນາ​ການ​ສຶກສາ​ວັດທະນະທຳ​ຈີນ​ຂອງ​ໂຮງຮຽນ​ຊັ້ນປະຖົມ​ແລະ​ມັດ​ທະຍົມ​ຢູ່​ພາກ​ໃຕ້​ໄທ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ