ເປີດ​ງານ​ວາງ​ສະ​ແດງ​ເກມ​ກາ​ຕູນ​ສາ​ກົນ​ຈີນ
2017-07-07 14:58:58  cri 
ງານ​ວາ​ງ​ສະ​ແດງ​ເກມ​ກາ​ຕູນ​ສາ​ກົນ​ຈີນ​ຄັ້ງ​ທີ 13 ໄດ້​ເລີ່ມ​ຂຶ້ນ​ຢູ່​ຫໍ​ວາງ​ສະ​ແດງ​ເອັກ​ສ​ໂປ​ໂລກ​ຊຽງ​ໄຮ ເຊິ່ງ​ມີ​ວິ​ສາ​ຫະ​ກິດ​ກາ​ຕູນ​ຈີນ​ແລະ​ຕ່າງ​ປະ​ເທດ 350 ແຫ່ງ​ເຂົ້າ​ຮ່ວມ ແລະ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໄດ້​ກາຍ​ເປັນ​ຈຸດ​ເດັ່ນ​ໃນ​ງານ​ດັ່ງ​ກ່າວ.

ງານ​ວາ​າງ​ສະ​ແດງ​ຄັ້ງ​ນີ້​ເນັ້ນ​ໃສ່ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ແລະປະ​ສົມ​ປະ​ສານ​ກັບ​ກອງ​ປະ​ຊຸມ​ປະ​ຈຳ​ປີ​​ເພື່ອ​ການໂຄ​ສະ​ນາ​ຜະ​ລິດ​ຕະ​ພັນ​ວັດ​ທະ​ນະ​ທຳ​ຈີນ ທີ່​ເປັນ​ເວ​ທີ​ຮ່ວມ​ມື​ສາ​ກົນ​ໃນ​ຂອບ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ຂອງ​ຂະ​ແໜງ​ການ​ເກ​ມ​ກາ​ຕູນ ເຊິ່ງ​ໄດ້​ເປີດ​ເຂດ​ວາງ​ສະ​ແດງ​ສະ​ເພາະ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ໃນ​ເນື້ອ​ທີ່ 600 ຕາ​ແມັດ ວາງ​ສະ​ແດງ​ເນື້ອ​ໃນ​ເກມ​ກາ​ຕູນ​ຂອງ​ປະ​ເທດ​ຕາມ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ