ຝ​ຣັ່ງ​ແກ່​ຍາວ​ພາ​ວະ​ສຸກ​ເສີນ​ເຖິງ​ເດືອນ​ພະ​ຈິກ
2017-07-07 12:25:32  cri 

ວັນ​ທີ 6 ກໍ​ລະ​ກົດ​ນີ້, ສະ​ພາ​ແຫ່ງ​ຊາດ​ຝ​ຣັ່ງ (ສະ​ພາ​ຕ່ຳ) ປະ​ກາດໃນເວັບ​ໄຊ​ທາງ​ການ​ວ່າ,​ສະ​ມາ​ຊິກສະ​ພາ​ແຫ່ງ​ຊາດ​ໄດ້​ລົງ​ຄະ​ແນນ​ສຽງ​ເຫັນ​ດີ​ໃຫ້ແກ່​ຍາວ​​ພາ​ວະ​ສຸກ​ເສີນ​​ໄປ​ຈົນ​ເຖິງ​ວັນ​ທີ 1 ພະ​ຈິກ​ປີ​ນີ້.

ນີ້​ແມ່ນ​​ການແກ່​ຍາວ​ພາ​ວະ​ສຸກ​ເສີນ​ເທື່ອ​ທີ 6 ຕິດ​ຕໍ່​ກັນ ນັບ​ແຕ່​ນະ​ຄອນ​ຫຼວງ​​ປາ​ຣີ​ເກີດ​ເຫດ​​ກໍ່​ການ​ຮ້າຍເມື່ອ​ເດືອນ​ພະ​ຈິກ​ປີ 2015.

​ນັກ​ວິ​ເຄາະ​ຊີ້​​ໃຫ້​ເຫັນວ່າ, ນີ້​ອາດ​ຈະ​ແມ່ນ​​ເທື່ອ​ສຸດ​ທ້າຍ. ສຳ​ລັບ​ການ​ແກ່​ຍາວ​ພາ​ວະ​ສຸກ​ເສີນ ແຕ່​ແນວ​ໃດ​ກໍ່​ດີ ເມື່ອ​ຮັບ​ມືກັບ​​ການ​ຕ້ານ​ການ​ກໍ່​ການ​ຮ້າຍເຊິ່ງ​ຈຳ​ເປັນຕ້ອງ​ເອົາ​ໃຈ​ໃສ່​​ເປັນ​ເວ​ລາ​ຍາວ​ນານນັ້ນ, ລັດ​ຖະ​ບານ​ຝ​ຣັ່ງກຽມ​​ໃຊ້ມາດ​ຕະ​ການ​ຕ້ານ​ກາ​ນ​ກໍ່​ການ​ຮ້າຍ​ຈຳ​ນວນ​ໜຶ່ງ​ໃນ​ສະ​ພາບ​​ການ​ປະ​ກາດ​ພາ​ວະສຸ​ກ​ເສີນ​​ກາຍ​ມາເປັນ​ວຽກ​ປະ​ຈຳ​ວັນ ເພື່ອ​ສ້າງ​ກົນ​ໄກ​ຕ້ານ​ການ​ກໍ່​ການ​ຮ້າຍ​ໃຫ້​ເກີດ​ຜົນ​ເປັນ​ຈິງ​ຫຼັງ​​ສິ້ນ​ສຸ​ດ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ