ນາ​ຍົກ​ເຢຍ​ລະ​ມັນ​ຢືນ​ຢັນ​ວ່າ ບັນ​ດາ​ຝ່າຍ​ຕ້ອງ​ຜ່ອນ​ຜັນ​ແກ່​ກັນ​ເພື່ອ​ຊອກ​ຫາ​ວິ​ທີ​ແກ້​ໄຂ​ບັນ​ຫາ​ສາ​ກົນ
2017-07-08 14:40:59  cri 
ວັນ​ທີ 7 ກໍ​ລະ​ກົດ​ນີ້, ທ່ານ​ນາງ​ແອງ​ເຈີລາ ເມີ​ແຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​ຢືນ​ຢັນ​ໃນ​ໂອ​ກາດ​ປາ​ໄສ​ໃນ​ພິ​ທີ​ເປີດກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດຫຼື G20​ວ່າ, ຫຼາຍໆ​ຄົນ​ຫວັງ​ວ່າ​ກອງ​ປະ​ຊຸມ​ສຸດຍອດ G20 ​ຈະ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ແກ້​ໄຂ​ບັນ​ຫາ​ຕ່າງໆ​ທີ່​ທົ່ວ​ໂລກ​ພວມ​ປະ​ເຊີນ​ໃນ​ປັດ​ຈຸ​ບັນ, ​ແຕ່​ວ່າ​ພຽງ​ແຕ່ບັນ​ດາ​ຝ່າຍ​​ຍິນ​ດີ​ຜ່ອນ​ຜັນ​ແກ່​ກັນ​ເທົ່າ​ນັ້ນ​ຈິ່ງ​ຈະ​ສາ​ມາດ​ຊອກ​ໄດ້​ວິ​ທີ​ເພື່ອ​ແກ້​ໄຂ​ບັນ​ຫາ​ເຫຼົ່າ​ນີ້.

ນາງ​ເມີ​ແຄວ​ກ່າວ​ຕື່ມ​ວ່າ: ຈຸດສຳ​ຄັນ​ຂອງກອງ​ປະ​ຊຸມ​ຄັ້ງ​ນີ້​​ຄື​ບັນ​ຫາ​ດິນ​ຟ້າ​ອາ​ກາດ​ແລະ​ການ​ຄ້າ, ຂະ​ນະ​ທີ່​ບັນ​ຫາ​ການ​ພັດ​ທະ​ນາ​ຂອງ​ອາ​ຟ​ຣິກ​ກາ​ກໍ​ແມ່ນ​ບັນ​ຫາ​ຈຸດ​ສຸມ​ທີ່​ຄວນ​ເອົາ​ໃຈ​ໃສ່​ເຊັ່ນ​ກັນ ເຊິ່ງ​ລວມ​ທັງ​ການ​ສົ່ງ​ເສີມ​ການ​ລົງ​ທຶນ​ຢູ່​ອາ​ຟ​ຣິກ​ກາ,ການ​ປັ​ບ​ປຸງ​ເງື່ອນ​ໄຂ​ສາ​ທາ​ລະ​ນະ​ສຸກ​ຂອງ​ເຂດ​ອາ​ຟ​ຣິກ​ກາ​ໃຫ້​ດີ​ຂຶ້ນ​ແລະ​ອື່ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ