ກອງປະຊຸມສຸດຍອດກຸ່ມ20ປະເທດຫຼື G20 ຄັ້ງທີ 12 ໄດ້ຈັດຂຶ້ນຢູ່ເມືອງແຮມເບີກປະເທດເຢຍລະມັນໃນວັນທີ 7 ກໍລະກົດນີ້. ໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວ,ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວປາໄສໃນຫົວຂໍ້ "ຍຶດໝັ້ນການເປີດປະຕູແລະກວມລວມ,ສົ່ງເສີມການເຕີບໂຕທີ່ມີບົດບາດຊຸກຍູ້ ກັນ" ໂດຍເນັ້ນກຸ່ມ 20 ປະເທດຄວນຍຶດໝັ້ນທິດທາງລວມຂອງເສດຖະກິດໂລກແບບເປີດປະຕູ, ຂຸດຄົ້ນພະລັງແຮງໃໝ່ເພື່ອຊຸກຍູ້ການເຕີບໂຕຂອງເສດຖະກິດໂລກໃຫ້ກວມລວມກວ່າເກົ່າ, ປັບປຸງການຄຸ້ມຄອງເສດຖະກິດໂລກໃຫ້ດີຂຶ້ນ,ສົ່ງເສີມການເຕີບໂຕຢ່າງມີບົດບາດຊຸກຍູ້ກັນ, ຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະມຸ່ງໜ້າສູ່ເປົ້າໝາຍການສ້າງປະຊາຄົມຮ່ວມຊະຕາກຳມວນມະນຸດ.
ທ່ານສີຈິ້ນຜິງຊີ້ໃຫ້ເຫັນວ່າ: ປັດຈຸບັນ, ເສດຖະກິດໂລກປາກົດມີທ່າອ່ຽງຂະຫຍາຍຕົວເປັນຢ່າງດີ. ຂະນະດຽວກັນ, ບັນຫາເລິກເຊິ່ງໃນເສດຖະກິດໂລກຍັງບໍ່ທັນໄດ້ຮັບການແກ້ໄຂເທື່ອໂດຍຍັງປະເຊີນກັບປັດໄຈທີ່ບໍ່ແນ່ນອນຫຼາຍຢ່າງ. ຈາກນີ້, ເມື່ອປະເຊີນກັບສິ່ງທ້າທາຍຕ່າງໆ, ກອງປະຊຸມສຸດຍອດ G20 ທີ່ເມືອງຫັງໂຈ່ວໄດ້ສະເໜີແຜນງານ G20ຄື ສ້າງເສດຖະກິດໂລກທີ່ມີການປະດິດສ້າງ, ມີຊີວິດຊີວາ,ຊ່ວຍຊູຍູ້ໜູນກັນແລະກວມລວມ. ການທີ່ກອງປະຊຸມສຸດຍອດ G20 ຢູ່ເມືອງແຮມເບີກໄດ້ເນັ້ນຫົວຂໍ້ ສ້າງໂລກທີ່ເຊື່ອມຕໍ່ກັນນັ້ນກໍຖືວ່າມັນເປັນທັດສະນະຄະຕິເຊັ່ນດຽວກັນກັບກອງປະຊຸມສຸດຍອດຫັງໂຈ່ວ. ພວກເຮົາຄວນພະຍາຍາມຮ່ວມກັນເພື່ອຫັນທັດສະນະຄະຕິເຫຼົ່ານີ້ໃຫ້ເປັນການປະຕິບັດຕົວຈິງ.
ທ່ານສີຈິ້ນຜິງເນັ້ນວ່າ: ກ່ອນໜ້ານີ້ບໍ່ດົນ, ຈີນໄດ້ປະສົບຜົນສຳເລັດໃນການເປັນເຈົ້າພາບກອງປະຊຸມສຸດຍອດເວທີປຶກສາຫາລືການຮ່ວມມືສາກົນ "ໜຶ່ງແລວທາງໜຶ່ງເສັ້ນທາງ" ເຊິ່ງໄດ້ຮັບຜົນງານຢ່າງຫຼວງຫຼາຍໃນການສົ່ງເສີມການແລກປ່ຽນການວາງນະໂຍບາຍ, ການເຊື່ອຈອດດ້ານພື້ນຖານໂຄງລ່າງ,ການຄ້າສະດວກສະບາຍ, ທຸລະກຳທາງການເງິນແລະການເຊື່ອມຄວາມສຳພັນໄມຕີຂອງປະຊາຊົນ ທັງສຸມທຸກຄວາມພະຍາຍາມເພື່ອສ້າງແນວຄິດໃໝ່ດ້ານການຄຸ້ມຄອງ, ເວທີການຮ່ວມມືໃໝ່,ພະລັງແຮງໃໝ່ໃນການຊຸກຍູ້ການພັດທະນາ. ທັງນີ້ກໍສອດຄ່ອງກັບຈຸດປະສົງຂອງກຸ່ມ G20 ໃນລະດັບສູງ. ພວກເຮົາຈົ່ງຮ່ວມມືກັນສົ່ງເສີມການເຕີບໂຕຢ່າງມີບົດບາດຊຸກຍູ້ກັນ,ສົ່ງເສີມຄວາມຈະເລີນຮຸ່ງເຮືອງຮ່ວມກັນ ແລະມຸ່ງໜ້າໄປສູ່ເປົ້າໝາຍການສ້າງປະຊາຄົມຮ່ວມຊະຕາກຳມວນມະນຸດຢ່າງບໍ່ຢຸດຢັ້ງ.