ທ່ານ​ສີ​ຈິ້ນ​ຜິງ​ກ່າວ​ປາ​ໄສໃນ​ກອງ​ປະ​ຊຸມ​ສຸດຍອດ G20 ຄັ້ງ​ທີ 12
2017-07-08 15:18:37  cri 
ກອງ​ປະ​ຊຸມສຸດຍອດກຸ່ມ20ປ​ະ​ເທດຫຼື G20 ຄັ້ງ​ທີ 12 ໄດ້​ຈັດ​ຂຶ້ນ​ຢູ່​ເມືອງ​ແຮມ​ເບີກ​ປະ​ເທ​ດ​ເຢຍ​ລະ​ມັນ​ໃນ​ວັນ​ທີ 7 ກໍ​ລະ​ກົດ​ນີ້. ໂອ​ກາດ​​ເຂົ້າ​ຮ່ວມກອງ​ປະ​ຊຸມດັ່ງ​ກ່າວ,ທ່ານ​ສີ​ຈິ້ນ​ຜິງ​ ປະ​ທານ​ປະ​ເທດ​ຈີນ​ໄດ້​ກ່າວ​ປາ​ໄສ​ໃນ​ຫົວ​ຂໍ້ "ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ແລະ​ກວມ​ລວມ,​ສົ່ງ​ເສີມການ​ເຕີບ​ໂຕ​ທີ່​ມີ​ບົດ​ບາດ​ຊຸກ​ຍູ້​ ກັນ" ໂດຍ​ເນັ້ນ​ກຸ່ມ 20 ປະ​ເທດ​ຄວນ​ຍຶດ​ໝັ້ນ​ທິດ​ທາງ​ລວມ​ຂອງ​ເສດ​ຖະ​ກິດ​ໂລກ​ແບບ​ເປີດ​ປະ​ຕູ, ຂຸດ​ຄົ້ນ​ພະ​ລັງ​ແຮງ​ໃໝ່​ເພື່ອ​ຊຸກ​ຍູ້​ການ​ເຕີບ​ໂຕ​ຂອງ​ເສດ​ຖະ​ກິດ​ໂລກໃຫ້​ກວມ​ລວມກວ່າ​ເກົ່າ, ປັບ​ປຸງ​ການ​ຄຸ້ມ​ຄອງ​ເສດ​ຖະ​ກິດ​ໂລກ​ໃຫ້​ດີ​ຂຶ້ນ,ສົ່ງ​ເສີມ​ການ​ເຕີບ​ໂຕ​ຢ່າ​ງ​ມີ​ບົດ​ບາດ​ຊຸກ​ຍູ້​​ກັນ, ຊຸກ​ຍູ້​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ແລະ​ມຸ່ງໜ້າ​ສູ່​ເປົ້າ​ໝາຍ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ມວນ​ມະ​ນຸດ.

ທ່ານ​ສີ​ຈິ້ນ​ຜິງ​ຊີ້​ໃຫ້​ເຫັນ​ວ່າ: ປັດ​ຈຸ​ບັນ, ເສດ​ຖະ​ກິດ​ໂລກ​ປາ​ກົດ​ມີ​ທ່າ​ອ່ຽງ​ຂະ​ຫຍາຍ​ຕົວ​ເປັນ​ຢ່າງ​ດີ. ຂະ​ນະ​ດຽວ​ກັນ, ບັນ​ຫາ​ເລິກ​ເຊິ່ງ​ໃນ​ເສດ​ຖະ​ກິດ​ໂລກ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ໂດຍ​ຍັງ​ປະ​ເຊີນ​ກັບ​ປັດ​ໄຈ​ທີ່​ບໍ່​ແນ່ນອນຫຼາຍ​ຢ່າງ. ຈາກ​ນີ້, ເມື່ອ​ປະ​ເຊີນ​ກັບ​ສິ່ງ​ທ້າ​ທາຍ​ຕ່າງໆ, ກອງ​ປະ​ຊຸມ​ສຸດຍອດ G20 ​ທີ່​ເມືອງ​ຫັງ​ໂຈ່ວ​ໄດ້​ສະ​ເໜີ​ແຜນ​ງານ G20​ຄື ສ້າງ​ເສດ​ຖະ​ກິດ​ໂລກ​ທີ່​ມີ​ການ​ປະ​ດິດ​ສ້າງ, ມີ​ຊີ​ວິດ​ຊີ​ວາ,ຊ່ວຍ​ຊູ​ຍູ້​ໜູນ​ກັນ​ແລະ​ກວມ​ລວມ. ​ການ​ທີ່ກອງ​ປະ​ຊຸມ​ສຸດຍອດ G20 ຢູ່​ເມືອງ​ແຮມ​ເບີກ​ໄດ້​ເນັ້ນ​ຫົວ​ຂໍ້ ສ້າງ​ໂລກ​ທີ່​ເຊື່ອມ​​ຕໍ່ກັນ​ນັ້ນ​ກໍ​ຖື​ວ່າ​​ມັນ​​ເປັນ​ທັດ​ສະ​ນະ​ຄະ​ຕິ​ເຊັ່ນ​ດຽວ​ກັນ​ກັບ​ກອງ​ປະ​ຊຸມ​ສຸດຍອດ​ຫັງ​ໂຈ່ວ. ພວກ​ເຮົາ​ຄວນ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ຫັນ​ທັດ​ສະ​ນະ​ຄະ​ຕິ​ເຫຼົ່າ​ນີ້​ໃຫ້​ເປັນ​ການ​ປະ​ຕິ​ບັດ​ຕົວ​ຈິງ.

ທ່ານ​ສີ​ຈິ້ນ​ຜິງ​ເນັ້ນ​ວ່າ: ກ່ອນ​ໜ້າ​ນີ້​ບໍ່​ດົນ, ຈີນ​ໄດ້​ປະ​ສົບ​ຜົນ​ສຳ​ເລັດ​ໃນ​ການ​ເປັນ​ເຈົ້າ​ພາ​ບກອງ​ປະ​ຊຸມ​ສຸດຍອດ​ເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເຊິ່ງ​ໄດ້​ຮັບ​ຜົນ​ງານ​ຢ່າງຫຼວງຫຼາຍ​ໃນ​ການ​ສົ່ງ​ເສີມ​ການ​ແລກ​ປ່ຽນ​ການ​ວາງນະ​ໂຍ​ບາຍ, ການ​ເຊື່ອ​ຈອດ​ດ້ານ​ພື້ນ​ຖານ​ໂຄງ​ລ່າງ,ການ​ຄ້າ​ສະ​ດວກສະ​ບາຍ​, ​ທຸ​ລະ​ກຳ​ທາງ​ການ​ເງິນ​ແລະ​ການ​ເຊື່ອມ​​ຄວາມ​ສຳ​ພັນ​ໄມ​ຕີ​ຂອງ​ປະ​ຊາ​ຊົນ ທັງ​ສຸມ​ທຸກ​ຄວາມ​ພະ​ຍາ​ຍາມ​ເພື່ອ​ສ້າງ​ແນວ​ຄິດ​ໃໝ່​ດ້ານ​ການ​ຄຸ້ມ​ຄອງ, ເວ​ທີ​ການ​ຮ່ວມ​ມື​ໃໝ່,ພະ​ລັງ​ແຮງ​ໃໝ່​ໃນ​ກາ​ນ​ຊຸກ​ຍູ້​ການ​ພັດ​ທະ​ນາ. ທັງ​ນີ້​ກໍ​ສອດ​ຄ່ອງ​ກັບ​ຈຸດ​ປະ​ສົງ​ຂອງ​ກຸ່ມ G20 ໃນ​ລະ​ດັບ​ສູງ. ພວກ​ເຮົາ​ຈົ່ງ​ຮ່ວມ​ມື​ກັນ​ສົ່ງ​ເສີມ​ການ​ເຕີບ​ໂຕ​ຢ່າງ​ມີ​ບົດ​ບາດ​ຊຸກ​ຍູ້​​ກັນ,ສົ່ງ​ເສີມ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ ແລະ​​ມຸ່ງໜ້າ​ໄປ​ສູ່​ເປົ້າ​ໝາຍ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊະ​ຕາ​ກຳ​ມວນ​ມະ​ນຸດ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ