ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ໄຂ​ຂຶ້ນຢູ່​ເຢຍລະ​ມັນ
2017-07-08 15:49:53  cri 

ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ 20 ປະ​ເທດ​ຄັ້ງທີ 12 ​ໄດ້​ໄຂ​ຂຶ້ນຢູ່​ແຮມ​ເບິ​ກ ຕົວ​ເມືອງ​ໃຫຍ່​ອັນ​ດັບ​ສອງ​ຂອງ​ເຢຍລະ​ມັນ​ໃນ​ວັນ​ທີ 7 ກໍລະກົດ​ນີ້ ​ໂດຍ​ຝ່າຍ​ຕ່າງໆ​ຈະ​ຫາລື​ຫົວ​ຂໍ້​ຕ່າງ​ໆ ​ເປັນຕົ້ນ ​ເສດຖະກິດ​ແລະ​ການ​ຄ້າ​ໂລກ, ການ​ພັດທະນາ​ແບບ​ຍືນ​ຍົງ, ການ​ປ່ຽນ​ແປງ​ດິນ​ຟ້າ​ອາກາດ​ກັບ​ພະລັງງານ, ການ​ຕ້ານ​ລັດທິ​ກໍ່​ການ​ຮ້າຍ, ຊາວ​ອົບ​ພະຍົບ ​ແລະ​ອື່ນໆ ​ຢ່າງ​ເລິກ​ເຊິ່ງໃນກອງ​ປະຊຸມ​ທີ່​ຈະ​ດຳ​ເນີນ​ເປັນ​ເວລາ 2 ວັນ​ເທື່ອ​ນີ້.

ຕອນ​ເຊົ້າວັນ​ທີ 7 ກໍລະກົດ​ນີ້, ທ່ານ​ນາງ​ແອ​ງ​ເຈີ​ລາ ​ເມີ​ແຄວ ນາຍົກລັດຖະມົນຕີ​ເຢຍລະ​ມັນ ກໍ​ໄດ້​ຕ້ອນຮັບ​ປະມຸກ​ລັດ​ແລະ​ຫົວໜ້າ​ລັດຖະບານ​ຂອງ​ປະ​ເທດ​ຕ່າງໆ ທີ່​ມາ​ເຂົ້າຮ່ວມ​ກອງ​ປະຊຸມ ຢູ່​ສູນ​ປະຊຸມ​​ແລະວາງສະ​ແດງ​ແຮມ​ເບິ​ກ ​ແລະ​ຕອນ​ບ່າຍ ທ່ານ​ກໍ​ໄດ້​ປາ​ໄສ​ໃນ​ພິທີ​ເປີດ​ປະຊຸມ​ວ່າ: ຫົວ​ຂໍ້​ກອງ​ປະຊຸມ​ສຸດ​ຍອດ​ປີ​ນີ້​ໄດ້​ຊີ້​ໃຫ້​ເຫັນ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ການ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂອບ​ເຂດທົ່ວ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ