ຈີນ​ປະສົບ​ຜົນສຳ​ເລັດ​​ໃນ​ການສະ​ເໜີ​ເອົາ​ເຂດ​​ເຂີ​ເຂີ​ຊີລີ​ເຂົ້າ​ເປັນ​ມໍ​ລະ​ດົກ​ໂລກ
2017-07-08 15:52:17  cri 

ຕອນ​ບ່າຍ​ວັນ​ທີ 7 ກໍລະກົດ​ນີ້​ຕາມ​ເວລາ​ທ້ອງ​ຖິ່ນ, ​ກອງ​ປະຊຸມ​ຄະນະ​ກຳມະການ​ມໍລະດົກ​ໂລກ​ ອົງການ​ອຸຍ​ເນັສ​ໂກ ສະຫະ​ປະຊາ​ຊາດ ຄັ້ງທີ 41 ທີ່​ຈັດ​ຂຶ້ນຢູ່​ເມືອງ​ຄຣາຄົຟ ປະ​ເທດ​ໂປ​ໂລ​ຍ ​ໄດ້​ພິຈາລະນາ​ແລະຮັບຮອງ​ເອົາ​ເຂດ​ເຂີ​ເຂີ​ຊີ​ລີ​ ຢູ່​ແຂວງ​ຊິງ​ໄຫ ສປ ຈີນ​ ເຂົ້າ​​ໃນ​ "ບັນຊີ​ລາຍ​ຊື່ມໍລະດົກ​ໂລກ". ຈາກ​ນັ້ນ, ​ເຂດ​ດັ່ງກ່າວ​ກໍ​​ກາຍ​ເປັນ​ມໍລະ​ດົກ​ໂລກ​ແຫ່ງ​ທີ 51 ຂອງ​ຈີນ ທັງ​ເປັນ​ມໍລະດົກ​ທຳ​ມະ​ຊາດ​ໂລກ​ຢູ່​ຈີນທີ່​ກວມເນື້ອ​ທີ່​ກວ້າງ​ທີ່​ສຸດ, ລະດັບ​ໜ້າ​ນ້ຳ​ທະ​ເລສະ​ເລ່ຍສູງ​ທີ່​ສຸດ, ມີ​ໜອງຫຼາຍທີ່​ສຸດ ​ແລະ ມີສັດລ້ຽງ​ລູກ​ດ້ວຍ​ນົມ​ຂະໜາດ​ໃຫຍ່​ອົບ​ພະຍົບ​ທຸກໆ​ປີເປັນ​ຈຳນວນຫຼວງຫຼາຍ.

ປັດຈຸບັນ, ຈີນ​ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນດາປະ​ເທດ​ທີ່​ມີ​ຈຳນວນ​ມໍລະດົກ​ໂລກ​ເພີ່ມ​ຂຶ້ນ​ໄວ​ກວ່າ​ໝູ່​ໃນ​ໂລກ. ຂະນະ​ທີ່​ເຂດ​ເຂີ​ເຂີ​ຊີ​ລີ​ເຂົ້າ​ເປັນ​ມໍລະດົກ​ໂລກ ກໍ​ມີ​ຄວາມ​ໝາຍ​ສຳຄັນ​ໃນ​ການ​ຊຸກຍູ້​ການກໍ່ສ້າງນິ​ເວດອາລະຍະ​ທຳ, ການ​ອະນຸລັກ​ຊັບພະຍາກອນນິ​ເວດ ​ແລະ ສ້າງ​ຄວາມ​ຊື່ສຽງ​ຂອງແຂວງ​ຊິງ​ໄຫ​ໃນ​ສາກົນ, ພ້ອມ​ທັງ​ເພີ່ມ​ທະວີ​ການ​ອະນຸລັກຊັບພະຍາກອນ​ທຳ​ມະ​ຊາດ​ຢູ່​ເຂດ​ພູ​ພຽງ​ຊິງ​ໄ​ຫ-ຕິ​ເບ​ດ ​ແລະ​ອື່ນໆ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ