ທ່ານ​ສີ​ຈີ້ນ​ຜີງ​ພົບ​ປະ​ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ
2017-07-08 15:44:03  cri 

ວັນ​ທີ 7 ກໍ​ລະ​ກົດ​ນີ້, ທ່ານ​ສີ​ຈີ້ນ​ຜີງ ປະ​ທານ​ປະ​ເທດ​ຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ນາງ​ເທ​ເຣ​ຊ​າ ເມ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ​ຢູ່​ເມືອງ​​ແຮມ​ເບີກ​ປະ​ເທດ​ເຢຍ​ລະ​ມັນ.

ທ່ານ​ສີ​ຈີ້ນ​ຜີງ​ຊີ້ວ່າ, '​​ການພົບ​ປະ​​ສອງ​ຝ່າຍ​ໃນ​ໄລ​ຍະ​ກອງ​ປະ​ຊຸມ​ສຸດຍອດ​ G20 ​ເມືອງ​ຫັງ​ໂຈ່ວເດືອນ​ກັນ​ຍາ​ປີ​​ຜ່ານ​ມາ​, ໄດ້​ຢືນ​ຢັນ​ທິດ​ທາງ​ຫຼັກ​ຢູ່​ໃນ​ຍຸກ​ສະ​ໄໝ​ຄຳ​ຂອງ​ການ​ພົວ​ພັນ​ຈີນ-ອັງ​ກິດ' ແລະ ຈາກ​ຄວາມ​ພະ​ຍາ​ຍາມ​​ຮ່ວມຂອງ​ສອງ​ຝ່າຍ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ​ດ້ານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນ-ອັງ​ກິດ​ໄດ້​ເຂົ້າ​ສູ່​ລວງ​ເລິກ, ການ​ຮ່ວມ​ມື​ທີ່​​ແທ້​ຈິງ​ໃນ​ຂົງ​ເຂດ​ຕ່າງໆກໍ​ກ້າວ​ຂຶ້ນ​ສູ່​ລະ​ດັບສູງ.​ຂະ​ນະ​ທີ່ປີ​ນີ້​ແມ່ນ​ຈີນ ກັບ ອັງ​ກິດ​ສ້າງ​ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ 45 ປີ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຜະ​ເຊີນກັບໂອ​ກາດ​ພັດ​ທະ​ນາ​ໃໝ່. ​ແນວ​ໃດ​ກໍ່​ດີ ຈີນ​ຍິນ​ດີ​ຮ່ວມ​ມື​ກັບ​ອັງ​ກິດ, ຊຸກ​ຍູ້ການ​ພົວ​ພັນ​​ຄູ່​ຮ່ວມ​ຍຸດ​ທະ​ສາດ​​ຮອບ​ດ້ານ​ທົ່ວ​ໂລກ​ທີ່​ຫັນ​ໜ້າ​ສູ່​ສັດ​ຕະ​ວັດ​ທີ 21 ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະ​ຫຍາຍ​ຕົວ​ຂຶ້ນສູ່​ລະ​ດັບ​ໃໝ່, ເພື່ອ​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ​ຫຼາ​ຍ​ຍິ່ງ​ຂຶ້ນ.

ທ່ານ​ນາງ​ເທ​ເຣ​ຊາ ເມ​ກ່າວ​ວ່າ, ອັງ​ກິດ​ສຸມ​ກຳ​ລັງ​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມຍຸດ​ທະ​ສາດ​ຮອບ​ດ້ານ​ທົ່ວ​ໂລກ​ທີ່ຫັນ​ໜ້າ​ໄປ​ສູ່​ສັດ​ຕະ​ວັດ 21 ລະ​ຫວ່າງ​​ສອງ​ປະ​ເທດ, ຍຶດ​ໝັ້ນທິດ​ທາງ '​ຍຸກສະ​ໄໝ​​ຄຳ' ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ. ນອກ​ນີ້,ອັງ​ກິດ​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ບົດ​ບາດ​ອັນ​ສຳ​ຄັນ​ຂອງ​ຈີນ​ໃນ​ວຽກ​ງານ​ສາ​ກົນ, ​ຂະ​ນະ​ທີ່ສອງ​ຝ່າຍ​​ກໍມີ​ຜົນ​ປະ​ໂຫຍດ​ຮ່ວມ​ໃນ​ຫຼາຍ​ຂົງ​ເຂດ.​ແນວ​ໃດ​ກໍ່​ດີ ອັງ​ກິດ​ຍິນ​ດີ​ນຳ​ໃຊ້​ກົນ​ໄກ​ສົນ​ທະ​ນາ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​​ຂັ້ນສູງ​ຂອງ​ສອງ​ປະ​ເທດ​ຢ່າງ​ເຕັມ​ທີ່, ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ການ​ຮ່ວມ​ມື​ກັບ​ຈີນ​ໃນ​ດ້ານ​ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນ​ະ​ທຳ ແລະ ຄວາມ​ໝັ້ນ​ຄົງ, ​ແລກ​ປ່ຽນ ແລະ ປະ​ສານ​ງານ​ກັບ​ຈີນ​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ຫາ​ຈຸດ​ຮ້ອນ​ສາ​ກົນ ແລະ ພາກ​ພື້ນ. ​ນອກ​ນີ້,ອັງ​ກິດ​ຍິນ​ດີ​ຕັ້ງ​ໜ້າ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ການ​ເງິນ​ເປັນ​ຕົ້ນ ໃນ​ຂອບ 'ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ'.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ