ການ​ແຂ່ງ​ຂັນ​ລົດ​ຣາ​ລີ​ສາ​ກົນ​ເສັ້ນ​ທາງ​ສາຍ​ໄໝ2017​ເລິ່ມອອກ​ເດີນ​ທາງຈາກ​ສະ​ໜາມ​ແດງ​​ມົ​ສ​ກູ
2017-07-08 15:59:30  cri 

ຕາມ​ຂ່າວCRI: ຕອນ​ຄ່ຳ​ວັນ​ທີ 7 ກໍ​ລະ​ກົດ​ນີ້ ຕາມ​ເວ​ລາ​ມົ​ສ​ກູ, ພິ​ທີ​ອອກ​ເດີນ​ທາງ​ຂອງການ​ແຂ່ງ​ຂັນ​ຣາ​ລີ​ສາ​ກົນ​ເສັ້ນ​ທາງ​ສາຍ​ໄໝ 2017 ໄດ້​ຈັດ​ຂຶ້ນ​ຢູ່​ສະ​ໜາມ​ແດງ​ມົ​ສ​ກູຢ່າງ​ຄຶກ​ຄື້ນ​ . ໃນ 2 ອາ​ທິດ​ໜ້າ, ຜູ້​ຂັບ​ລົດ​ຈະ​ແຂ່ງ​ຂັນ​ໂດຍ​ຜ່ານ 3 ປະ​ເທດ ຄື,ຣັດ​ເຊຍ, ກາ​ຊັກ​ສະ​ຖານ ແລະ ຈີນ, ​ຈຸດ​ໝາຍ​ປາຍ​ທາງ​ຢູ່​ເມືອງ​ຊີ່​ອ່ານ ຂອງ​ຈີນ ເຊິ່ງ​ເປັນ​ຈຸດ​ເລິ່ມ​ຕົ້ນ​ຂອງ​ເສັ້ນ​ທາງ​ສາຍ​ໄໝ​ບູ​ຮານ​ໃນ​ວັນ​ທີ 22 ກໍ​ລະ​ກົດ​ນີ້.

​ໄລ​ຍະ​ທາງການ​ແຂ່ງ​​ລົດ​ຣາ​ລີ​ປີ​ນີ້​ມີ 9.599 ກິ​ໂລ​ແມັດໂດຍມີ​ເຄິ່ງ​ໜຶ່ງ​ຢູ່​ໃນ​ແດນຈີນ, ​ເຊິ່ງ​ເປັນ​ການ​ເພິ່ມ​ປັດ​ໄຈ​​ຂອງ​ຈີນ​​ໃສ່​ການ​ແຂ່ງ​ຂັນ​ເທື່ອ​ນີ້​ຫຼາຍ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ