ຜູ້​ນຳ​ອາ​ເມ​ລິ​ກາ,ຍີ່​ປຸ່ນແລະ​ສ.ເກົາ​ຫຼີ​ອອກ​ຖະ​ແຫຼງ​ການ​ຮ່ວມ​ຕໍ່​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີ
2017-07-08 16:03:13  cri 

​ໃນ​ໄລ​ຍະ​ກອງ​ປະ​ຊຸມສຸດຍອດ G20 ແຮມ​ເບີກ, ທ່ານ​ໂດ​​ນັນ ທ​ຣຳ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ, ທ່ານມູນ​​ແຈ​ອິນ ປະ​ທາ​ນາ​ທິ​ບໍ​ດີ​ສ.ເກົາ​ຫຼີ ແລະ ທ່ານ​ຊິນ​​ໂຈ ອາ​​ແບະ ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍີ່​ປຸ່ນໄດ້​ພົບ​ປະ​ກັ​ນ​ທັງ​ອອກ​ຖະ​ແຫຼງ​ການ​ຮ່ວມ​ຕໍ່​ບັນ​ຫາ​ນິວ​ເຄຼຍ​ແຫຼມ​ເກົາ​ຫຼີໃນວັນ​ທີ 6 ກໍ​ລະ​ກົດ​ນີ້, ໂດຍ​ປະ​ນາມ​ສ​ປ​ປ​ເກົາ​ຫຼີ​​ທົດ​ລອງຍິງ​​ລູກ​ສອນ​ໄຟ​ນຳ​ວິ​ຖີ​ໃນ​ວັນ​ທີ 4 ກໍ​ລະ​ກົດ​ນີ້.

ຖະ​ແຫຼງ​ການ​ລະ​ບຸ​ວ່າ, ຜູ້​ນຳ 3 ປະ​ເທດ​​ເນັ້ນ​ຄວາມ​ສຳ​ຄັນ​ການ​ຮ່ວມ​ມື​ແກ້​ໄຂ​ບັນ​ຫາ​​ນິວ​ເຄຼຍແຫຼມ​ເກົາ​ຫຼີ, ກ່າວ​ຢ້ຳ​ການ​ບັນ​ລຸ​ເປົ້າໝາຍ​ຮ່ວມ​ທີ່​ປອດ​ນິວ​ເຄຼຍ​ຢູ່​ແຫຼມ​ເກົາ​ຫຼີ​ດ້ວຍ​​ສັນ​ຕິ​ວິ​ທີ.

ຖະ​ແຫຼງ​ການ​ຍັງ​ລະ​ບຸ​ອີກ​ວ່າ, ຜູ້​ນຳ 3 ປະ​ເທດ​ຕົກ​ລົງ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃຊ້​ມາດ​ຕະ​ການ​ໃໝ່​ເພື່ອ​ຂວ້ຳ​ບາດ​ຕໍ່​ສ​ປ​ປ​ເກົາ​ຫຼີ, ພ້ອມ​ທັງ​ຮຽກ​ຮ້ອງ​ໃຫ້​ປະ​ຊາ​ຄົມ​ໂລກ​ປະ​ຕິ​ບັດ​ມະ​ຕິ​​ທີ່​ກ່ຽວ​ຂ້ອງຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງຢ່າງວ່ອງ​ໄວ ແລະ ເຖິງ​ຖອງ, ແລະ​ຫຼຸດ​ການ​ໄປ​ມາ​ຫາ​ສູ່​ດ້ານ​ເສດ​ຖະ​ກິດ​ກັບ​ສ​ປ​ປ​ເກົາ​ຫຼີ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ