ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການ​ເຢຍ​ລະ​ມັນ​ຕີ​ລາ​ຄາສູງຕໍ່​ການ​ຢ້ຽມ​ຢາມຂອງ​ທ່ານ​ສີ​ຈິ້ນ​ຜິງ
2017-07-09 16:44:09  cri 
ພາຍ​ຫຼັງ​ດຳ​ເນີນ​ມາ​ເປັນ​ເວ​ລາ 2 ວັນ, ກອງ​ປະ​ຊຸມ​ສຸດຍອດ​ກຸ່ມ 20 ປະ​ເທດ​ຫຼື G20 ຄັ້ງ​ທີ 12 ທີ່​ຈັດ​ຂຶ້ນ​ຢູ່​ເມືອງ​ແຮມ​ເບີກ​ປະ​ເທ​ດ​ເຢຍ​ລະ​ມັນກໍໄດ້​ອັດ​ລົງ​ໃນວັນ​ທີ 8 ກໍ​ລະ​ກົດ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ່ນ. ໃນ​ກອງ​ປະ​ຊຸມ​ສຸດຍອດດັ່ງ​ກ່າວ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມ​ແລະ​ກ່າວປາ​ໄສໃນ​ຫົວ​ຂໍ້ສຳ​ຄັນ​ຄື"ຍຶດ​ໝັ້ນ​ການ​ເປີດ​ປະ​ຕູ​ແລະ​ກວມ​ລວມ,​ສົ່ງ​ເສີມການ​ເຕີບ​ໂຕ​ທີ່​ມີ​ບົດ​ບາດ​ຊຸກ​ຍູ້ກັນ". ກ່ອນ​ໜ້ານີ້, ທ່ານ​ສີ​ຈິ້ນ​ຜິງ​ໄດ້​ຢ້ຽມ​ຢາມເຢຍ​ລະ​ມັນທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ 4 ຫາ​​ວັນທີ 6 ກໍ​ລະ​ກົດ​ນີ້ ໂດຍໃນ​ໄລ​ຍະ​ຢ້ຽມ​ຢາມ,ທ່ານໄດ້​ພິມ​ບົດ​ຄວາມທີ່​ມີ​ຫົວ​ຂໍ້"ເພື່ອ​ໂລກ​ທີ່​ດີ​ງາມ​ກວ່າ​ເກົ່າ"ລົງໃນ​ສື່ສຳ​ຄັນ​ຂອງ​ເຢຍ​ລະ​ມັນ. ຂະ​ນະ​ທີ່ຊ່ຽວ​ຊານ​ແລະ​ນັກ​ວິ​ຊາ​ການເຢຍ​ລະ​ມັນ​ໄດ້​ຕີ​ລາ​ຄາ​ສູງຕໍ່​ການ​ຢ້ຽມ​ຢາມ​ເຢຍ​ລະ​ມັນ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ພ້ອມ​ທັງ​ທ່າ​ທີ​ຂອງ​ຈີນ​ໃນ​ກອ​ງ​ປະ​ຊຸມ​ສຸດຍອດ G20.

ທ່ານດຣ ມີ​ເຊວ ບອ​ສ​ມັນ ອະ​ດີດ​ຫົວ​ໜ້າ​ກົມ​ວຽກ​ງານ​ເອີ​ຣົບ​ແລະ​ສາ​ກົນ​ລັດ​ເຮ​ເຊນ​ຂອງ​ເຢຍ​ລະ​ມັນ​ກ່າວ​ວ່າ: ປັດ​ຈຸ​ບັນ,ການ​ຂະ​ຫຍາຍ​ຕົວ​ຂອງ​ການ​ພົວ​ພັນ​ລະ​ຫວ່າງ​ເຢຍ​ລະ​ມັນ-ຈີນ​ມີ​ພະ​ລັງ​ຊີ​ວິດ​ຫຼາຍ ເຊິ່ງການ​ຢ້ຽມ​ຢາມ​ຂອງ​ທ່ານປະ​ທານ​ສີ​ຈິ້ນ​ຜິງໃນ​ຄັ້ງ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ກຳ​ລັງ​ຢູ່​ໃນ​ລະ​ດັບ​ດີ​ທີ່​ສຸດ​ໃນ​ປະ​ຫວັດ​ສາດ. ທີ່​ສຳ​ຄັນ, ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ​ຍັງ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່ກອງ​ປະ​ຊຸມ​ສຸດຍອດ G20 ຕື່ມ​ອີກ.

ທ່ານ​ເຊວ ໂຊ​ເມີ ຜູ້​ຜະ​ລິດໜັງ​ສື​ພິມ"ເດຍເຊດ"ເຢຍ​ລະ​ມັນ ທັງ​ເປັນຊ່ຽວ​ຊາ​ນ​ບັນ​ຫາ​ການ​ພົວ​ພັນ​ລະ​ຫວ່າງ​ປະ​ເທດ​ກ່າວ​ວ່າ: ຄຳ​ປາ​ໄສ​ຂອງ​ທ່ານປະ​ທານ​ສີ​ຈິ້ນ​ຜິງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ແລະ​ເຢຍ​ລະ​ມັນ​ມີ​ຫຼັກ​ໝັ້ນ​ທີ່​ເປັນ​ເອ​ກະ​ພາບ​ກັນ​ໃນຫຼາຍ​ຫົວ​ຂໍ້ສຳ​ຄັນ.

ທ່ານ​ໂຈ​ອາ​ຊິມ ເບ​ສ ຊ່ຽວ​ຊານ​ບັນ​ຫາ​ອາ​ຊີ​ສູນ​ຄົ້ນ​ຄວ້າ​ໂລກ​ແລະ​ພາກ​ພື້ນ​ຂອງ​ເຢຍ​ລະ​ມັນ​ກໍ​ເຫັນ​ວ່າ: ທ່າ​ທີ​ຂອງ​ທ່ານ​ສີ​ຈິ້ນ​ຜິງໃນ​ກອງ​ປະ​ຊຸມ​ສຸ​ດຍອດ G20 ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ຈີນ​ເປັນ​ປະ​ເທດ​ໃຫຍ່ທີ່ສຳ​ຄັນ​ໃນ​ການສະ​ໜັບ​ສະ​ໜູນ​ການ​ເຄົາ​ລົບ"ສັນ​ຍາ​ປາ​ຣີ"ແລະ​ການ​ຄ້າເສ​ລີຂອງ​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ