ເກາະ​ກູ​ລ້າງ​ອີ​ຂອງ​ແຂວງ​ຟູ​ຈ້ຽນ​ຈີນ​ຖືກ​ຈັດ​ເຂົ້າ​ໃນ​ບັນ​ຊີ​ມໍ​ລະ​ດົກ​ໂລກ​ຢ່າງ​ເປັນ​ທາງ​ການ
2017-07-09 17:25:30  cri 
ໃນ​ກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ມໍ​ລະ​ດົກ​ໂລກ​ຂອງ​ອົງ​ການ UNESCO ສະ​ຫະ​ປະ​ຊາ​ຊາດ​ ຫຼື ກອງ​ປະ​ຊຸມ​ມໍ​ລະ​ດົກ​ໂລກຄັ້ງ​ທີ 41 ທີ່​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຄ​ຣາ​ຄົ​ຟ​ຂອງ​ໂປ​ໂລຍ​ໃນວັນ​ທີ 8 ກໍ​ລະ​ກົດ​ນີ້, ເກາະ​ກູ​ລ້າງ​ອີ​ຂອງ​ແຂວງ​ຟູ​ຈ້ຽນ​ຈີນ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈັດ​ເຂົ້າ​ໃນ​ບັນ​ຊີ​ມໍ​ລະ​ດົກ​ໂລກ​ຢ່າງ​ເປັນ​ທາງ​ການ.

ຄະ​ນະ​ບໍ​ລິ​ຫານ​ງານ​ຮ່ອງ​ຮອຍ​ບູ​ຮານ​ນະ​ສະ​ຖານ​ສາ​ກົນ​ເຫັນ​ວ່າ, ເກາະ​ກູ​ລ້າງ​ອີໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄ່າ​ນິ​ຍົມ​ຫຼາຍ​ຢ່າງ​ໃນ​ໄລ​ຍະ​ຕົ້ນ​ແຫ່ງ​ໂລ​ກາ​ພິ​ວັດ​ຂອງ​ອາ​ຊີ​ທີ່​ກະ​ທົບ​ຕໍ່​ກັນ​ແລະ​ເຊື່ອມ​ໂຍງ​ເຂົ້າ​ກັນ, ເອ​ກະ​ລັກ​ພິ​ເສດ​ແລະ​ສະ​ຕາຍຂອງ​ສິ່ງ​ກໍ່​ສ້າງ​ຢູ່​ເທິງ​ເກາະ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ຂອງ​ຈີນ, ອາ​ຊີ​ອາ​ຄະ​ເນ​ແລະ​ເອີ​ລົບ​ໃນ​ດ້ານ​ສິ່ງ​ກໍ່​ສ້າງ, ມູນ​ເຊື້ອ​ແລະ​ຄ່າ​ນິ​ຍົມ​ດ້ານ​ວັດ​ທະ​ນະ​ທຳ. ການ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດັ່ງ​ກ່າວ​ນີ້​ໄດ້​ຮັບ​ຜົນ​ປະ​ໂຫຍດ​ຈາກ​ຄວາມ​ຫຼາກຫຼາຍ​ຂອງ​ຄົນ​ຕ່າງ​ປະ​ເທດ​ແລະ​ຄົນ​ຈີນ​ຕ່າງ​ດ້າວ​ທີ່​ກັບ​ມາ​ແຕ່​ຕ່າງ​ປະ​ເທດ​ທີ່​ດຳ​ລົງ​ຊີ​ວິດ​ຢູ່​ເທິງ​ເກາະ, ແລະ​ການ​ເຊື່ອມ​ໂຍງ​ດັ່ງ​ກ່າວ​ນີ້​ໄດ້​ຈໍ່​ຕົວ​ຂຶ້ນ​ເປັນ​ສະ​ຕາຍ​ສິ່ງ​ກໍ່​ສ້າງ​ໃໝ່​ອ່ຽງ ນັ້ນ​ກໍ່​ຄື ສະ​ຕາຍ​ເມືອງ​ເຊ້ຍ​ເມີນ. ສະ​ຕາຍ​ນີ້​ບໍ່​ພຽງ​ແຕ່​ພັດ​ທະ​ນາ​ຢູ່​ເກາະ​ກູ​ລ້າງ​ອີ ຍັງ​ໄດ້​ສົ່ງ​ຜົນ​ສະ​ທ້ອນ​ໄປ​ແຄມ​ທະ​ເລ​ແລະ​ເຂດ​ທີ່​ກວ້າງ​ໄກຢູ່​ອາ​ຊີ​ອາ​ຄະ​ເນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ