ປາ​ກິສະ​ຖານ​ແລະອິນ​ເດຍ​​ປະ​ທະ​ກັນ​ຢູ່ເຂດ​ກ​າ​ສ​​ເມຍ ມີທັງບາດ​ເຈັບ​ແລະ​ເສຍ​ຊີ​ວິດ
2017-07-09 17:48:17  cri 
ວັນ​ທີ 8 ກໍ​ລະ​ກົດ​ນີ້, ທະ​ຫານປາ​​ກິ​ສະ​ຖານ​ແລະ​ອິນ​ເດຍ​ໄດ້​ເກີດ​ການ​ປະ​ທະ​ກັນ​ຢູ່ເຂດກ​າ​ສ​​ເມຍ, ​ຂະ​ນະ​ທີ່ສອງ​ຝ່າຍ​ຕ່າງ​ກໍ​ກ່າວ​ປະ​ນາມ​​ໂດຍ​ອ້າງຝ່າຍ​ກົງ​ກັນ​ຂ້າມ​ຍິງ​ໃສ່​ຝ່າຍ​ຕົວ​ເອງ​ກ່ອນ​​ສົ່ງ​ຜົນ​ເຮັດໃຫ້ມີ​​ຜູ້​ບາດ​ເຈັບ​ແລະ​ເສຍ​ຊີ​ວິດ.

​​ເຈົ້າ​ໜ້າ​ທີ່ກົມ​ຖະ​ແຫຼງ​ຂ່າວ 3 ກອງ​ທັບ​ປາ​ກິສະ​ຖານ​ອອກ​ຖະ​ແຫຼງ​ການ​ສະ​ບັບ​ໜຶ່ງ​ໃນ​ມື້​ດຽວ​ກັນວ່າ, ທະ​ຫານ​ອິນ​ເດຍໄດ້​ໃຊ້​ອາ​ວຸດ​ຕ່າງ​ໆ​ແລະ​ປືນ​ຄົກ​ເປັນ​ຕົ້ນ​ຍິງ​ໃສ່​​ເຂດ​​ທີ່​ປາ​ກິ​ສະ​ຖານຄຸ້ມຄອງ ຢ່າງ​ບໍ່​ມີ​ເຫດ​ຜົນ, ເຮັດ​ໃຫ້​ປະ​ຊາ​ຊົນ​ປະ​ເທດ​ຕົນ​ເສຍ​ຊີ​ວິດ 2 ຄົນແລະ 3 ຄົນ​ບາດ​ເຈັບ. ​ຂະ​ນະ​ທີ່ທະ​ຫານ​ປະ​ເທດ​ຕົນ​ກໍ​ໄດ້​ຕອບ​ໂຕ້​ຄືນ​ຢ່າງ​ທັນ​ການ.

ສ່ວນທ່ານ​ມາ​ນີ​ດ ເມ​​ທາ ໂຄ​ສົກ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ອິນ​ເດຍພັດ​ກ່າວ​ວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ທະ​ຫານ​ປາ​​ກິ​ສະ​ຖານ​​ໄດ້ຍິງ​ໃສ່​ເຂດ​ກ​າ​ສ​​ເມຍ​ທີ່​ເປັນ​ເຂດ​ຄຸ້ມ​ຄອງຂອງ​ຕົນ​ສົ່ງ​ຜົນ​ເຮັດ​ໃຫ້ທະ​ຫານ​ອິນ​ເດຍ​ຕ້ອງ​ຕອບ​ໂຕ້​ຄືນ.

ສື່ມວນ​ຊົນ​ອິນ​ເດຍ​ລາຍ​ງານວ່າ, ຕອນ​ເຊົ້າ​ມື້​ດຽວ​ກັນ, ທະ​ຫານ​ປາ​​ກິ​ສະ​ຖານ​ຍິງ​ປືນ​ຄົກ​ໜັກ​ໃສ່ປ້ອມຍາມ​ແລະ​ບ້ານ​ຢູ່​ເຂດ​ກາ​ສ​ເມຍ​ທີ່​ອິນ​ເດຍ​ຄຸ້ມ​ຄອງ, ເຮັດ​ໃຫ້​ທະ​ຫານ​ອິນ​ເດຍ​ພ້ອມ​ພັນ​ລະ​ຍາ​ເສຍ​ຊີ​ວິດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ