ຈີນ​ອະ​ນຸ​ຍາດ​ຜະ​ລິດເຮືອບິນ​ARJ21-700
2017-07-10 10:08:47  cri 
ກົມ​ການ​ບິນ​ພົນ​ລະ​ເຮືອນ​ຈີນ​ໄດ້​ອອກ​ໃບ​ອະ​ນຸ​ຍາດໃຫ້​ບໍ​ລິ​ສັດ​ເຮືອ​ບິນ​ການ​ຄ້າ​ຈີນ​ຈຳ​ກັດ​ຜະ​ລິດ​ເຮືອ​ບິນ​ARJ21-700​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້ ເຊິ່ງການ​ອະ​ນຸ​ຍາດ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນ​ວ່າ ​ການ​ຮັບ​ປະ​ກັນ​ຄຸນ​ນະ​ພາບ​ການ​ຜະ​ລິດ​ຂອງ​ບໍ​ລິ​ສັດ​ເຮືອ​ບິນ​ການ​ຄ້າ​ຂອງ​ຈີນຖືກ​ຕ້ອງ​ຕາມກົດ​ລະ​ບຽບ​ວ່າ​ດ້ວຍ​​ຄວາມ​ເໝາະ​​ສົມ​ໃນການ​ບິນ​ຂອງ​ກົມ​ການ​ບິນ​ພົນ​ລະ​ເຮືອນ​ຈີນ. ຈາກ​ນີ້, ​ເຮືອ​ບິນ​ARJ21-700​ໄດ້ກ້າວ​ເຂົ້າ​ສູ່​ໄລ​ຍະ​ການ​ຜະ​ລິດ​ຢ່າງ​ເປັນ​ທາງ​ການ​ເປັນ​ຈຳ​ນວນຫຼາຍ​ ​ແລະ​ໄດ້​ສ້າງ​ພື້ນ​ຖານ​ໃຫ້​ແກ່​ການ​ຜະ​ລິດເຮືອ​ບິນ​ຊະ​ນິດອື່ນເປັນ​ຈຳ​ນວນຫຼາຍ​​ໃນ​ຕໍ່​ໜ້າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ