ມາ​ເລ​ເຊຍ​ຈະ​ສ້າງ​ປະ​ເທດ​ຕົນ​​ເປັນສູນ​ກາງຈໍລະ​ຈອນ​ສິນຄ້າ​ໃນ​ອາ​ຊຽນ
2017-07-10 16:13:07  cri 

ຫວ່າງ​ມໍ່ໆ​ນີ້, ທ່ານ​ລິວ​ຈົງ​ລາຍ ລັດຖະມົນຕີ​ກະຊວງ​ຄົມມະນາຄົມມາເລ​ເຊຍ ​ໄດ້​ກ່າວ​ຢູ່​ນະຄອນຫຼວງກົວ​ລາລຳ​ເປີ​ວ່າ: ສູນ​ຂົນ​ສົ່ງ​ສິນຄ້າ​ທາງ​ອາກາດ​ສະໜາມ​ບິນ​ສາກົນ​ກົວ​ລາ​ລຳ​ເປີ ຈະ​ຮ່ວມ​ມື​ກັບ​ທ່າ​ຄລາງ ​ເພື່ອ​ສ້າງ​ປະ​ເທດ​ຕົນ​ໃຫ້​ກາຍ​ເປັນ​ສູນ​ກາງ​ຈໍລະຈອນສິນຄ້າ​ອັນ​ດັບ​ໜຶ່ງ​ໃນ​ອາ​ຊຽນ.

ທ່ານ​ລິວ​ຈົງ​ລາຍ ກ່າວ​ວ່າ: ຂະ​ແໜງ​ການ​ຈໍລະ​ຈອນ​ສິນ​ຄ້າ​ປະ​ເທດ​ຕົນ​ໄດ້​ພັດທະນາ​ຢ່າງ​ຄຶກຄັກ ​ແລະຫຼັງກຸ່ມ​ອາລີ​ບາ​ບາ​ຂອງ​ໝ໋າຢິນ​ເຂົ້າປະຈຳ​ເຂດ​ການ​ຄ້າ​ເສລີ​ດີ​ຈີ​ຕອນ​ແລ້ວ, ຂົງ​ເຂດ​ການ​ຈໍລະ​ຈອນ​ສິນຄ້າ​ປະ​ເທດ​ຕົນ​ກໍ​​ໄດ້​ຮັບ​ໂອກາດ​ທີ່​ບໍ່​ເຄີຍ​ມີ​ມາກ່ອນ. ​ແນວ​ໃດ​ກໍ​ດີ, ມາ​ເລ​ເ​ຊຍຈະ​ຕ້ອງ​ພະຍາຍາມ​ເພື່ອ​ກາຍ​ເປັນ​ສູນ​ກາງ​ຈໍລະ​ຈອນ​ສິນຄ້າ ​ແລະ​ບໍລິການ​ອາ​ຊຽນ. ຂະນະ​ທີ່​ໄລຍະ​ທາງ​ລະຫວ່າງ​ສູນ​ຂົນ​ສົ່ງ​ສິນຄ້າ​ທາງ​ອາກາດ​ສະໜາມ​ບິນ​ສາກົນ​ກົວ​ລາ​ລຳ​ເປີ​ແລະ​ທ່າ​ຄລາງ​ທີ່ຈັດ​ອັນດັບເປັນທີ 11 ຂອງ​ໂລກກໍ​ໃກ້ກັນ​ທີ່​ສຸດ ຄື ​ໃຊ້​ເວລາຂັບ​ລົດ​ພຽງ​ແຕ່ 1 ຊົ່ວ​ໂມງ​ເທົ່າ​ນັ້ນ ​ໂດຍ​ການ​ຂົນ​ສົ່ງ​ທາງ​ອາກາດ ​ແລະ ທາງ​ທະ​ເລ​ຈະສາມາດ​ປະສານ​ສົມທົບ​​ເຂົ້າກັນ ​ເພື່ອສ້າງ​ປະສິດທິພາບ​ສູງ.

ກ່ອນ​ໜ້າ​ນີ້, ທະນາຄານ​ໂລກ ​ໄດ້​ເຜີຍ​ແຜ່​ "ການຈັດ​ອັນ​ດັບ​ປະສິດທິພາ​ບການ​ຈໍລະ​ຈອນ​ສິນຄ້າ​ຂອງ​ໂລກ" ​ໂດຍ​ມາ​ເລ​ເຊຍ​ຢູ່​ອັນ​ດັບ​ທີ 25 ​ຖັດຈາກ​ສິງກະ​ໂປ​ໃນ​ບັນດາ​ປະ​ເທດ​ອາ​ຊຽນ​ເທົ່າ​ນັ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ