ກຳປູ​ເຈຍ​ຍົກ​ລະດັບ​ຄູ​ສອນ​ພາສາ​ຈີນ
2017-07-10 16:14:41  cri 

"ຊຸ​ດອົບຮົມ​ຄູ​ສອນ​ພາສາ​ຈີນ​ຢູ່ກຳ​ປູ​ເຈຍ" ​ໄດ້ຈັດ​ຂຶ້ນຢູ່​ນະຄອນຫຼວງພະນົມ​ເປັນ​ໃນ​ວັນ​ທີ 8 ກໍລະກົດ​ນີ້ ​ໂດຍ​ຄູ​ສອນ​ພາສາ​ຈີນ​ຊາວ​ກຳປູ​ເຈຍ 100 ກວ່າ​ຄົນ​ຈາກ​ໂຮງຮຽນ​ສອນ​ພາສາ​ຈີນຫຼາຍ​ແຫ່ງ​ທົ່ວ​ປະ​ເທດ​​ຈະ​ໄດ້​ຮັບ​ການຍົກ​ລະດັບ​ເປັນ​ເວລາ 2 ວັນ.

ທ່ານ​ໄຊ້​ເວີ​ຍຮວາ ຮອງ​ຫົວໜ້າ​ພະ​ແນ​ກມູນ​ນິທິການ​ສຶກສາ​ວັດທະນະທຳ ສະມາຄົມ​ຈີນ​ກຳປູ​ເຈຍ ກ່າວ​ວ່າ: ຫຼັງ​ການ​ອົບຮົມ ຈະ​ສາມາດ​ຍົກ​ລະດັບ​ຄວາມ​ຮູ້​ພາສາ​ຈີນ​ແລະ​ການ​ສິດສອນ​ຂອງບັນດາສຳ​ມະ​ນາກ​ອນ ​ແລະ​ມີ​ຜົນ​ດີ​ຕໍ່​ການ​ສອນ​ພາສາ​ຈີນຂອງຄູ.

ທ່ານ​ໄຊ້​ເວີຍ​ຮວາ ກ່າວ​ຕື່ມ​ວ່າ: ນັບ​ແຕ່​ສ້າງຕັ້ງສະມາຄົມ​ຈີນ​ກຳປູ​ເຈຍ​ເປັນຕົ້ນມາ ກໍ​ໄດ້​ຖື​ເອົາ​ການ​ພັດທະນາ​ການ​ສຶກສາ​​ແລະ​ເຜີ​ຍ​ແຜ່ວັດທະນະທຳ​ຈີນ​ເປັນ​ໜ້າ​ທີ່​ຂອງ​ຕົນ ​​ໂດຍ​​ມີນັກຮຽນທີ່​ຮູ້​ພາສາ​ຈີນທັງ​ຮູ້​ພາສາ​ກຳປູ​ເຈຍຈົບ​ຈາກ​ໂຮງຮຽນ​ສອນ​ພາສາ​ຈີນ​ເປັນ​ຈຳນວນຫຼາຍ ​ແລະ​ກາຍ​ເປັນ​ຂົວ, ​ເປັນສາຍພານ​ແຫ່ງ​ການ​ແລກປ່ຽນ​ແລະ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ກຳປູ​ເຈຍ-ຈີນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ