ປະທານາທິບໍດີ​ຕວກກີ​ຈະ​ຢ້ຽມຢາມ 3 ປະ​ເທດ​ອ່າວ​ເປີ​ເຊຍ
2017-07-10 16:20:17  cri 

ທ່ານຣີ​ເຊັບ ​ໄຕ​ຢິບ ​ເອີ​ໂດ​ກັນ ປະທານາທິບໍດີ​ຕວກກີ​ຢືນຢັນ​ໃນ​ວັນ​ທີ 9 ກໍລະກົດ​ນີ້​ວ່າ: ຕົນ​ຈະ​ເດີນທາງ​ຢ້ຽມຢາມ​ກາ​ຕາ, ​ກູເວດ ​ແລະ ຊາ​ອູ​ດິ ອາຣາບີ ​ເພື່ອ​ເຮັດໃຫ້ກາ​ຕາ​ແລະ​ປະ​ເທດ​ທີ່​ກ່ຽວຂ້ອງ​ແກ້​ໄຂ​ວິ​ກິດ​ການ​ທາງ​ການ​ທູດ​ໂດຍ​ການ​ເຈລະຈາ​ກັນ.

ທ່ານ​ເອີ​ໂດ​ກັນ ກ່າວ​ວ່າ: ຕົນ​ໄດ້​ພົບ​ປະ​ກັບ​ຜູ້ນຳ​ອາ​ເມ​ລິ​ກາ, ຣັດ​ເຊຍ ​ແລະປະ​ເທດອື່ນໆ ​ຂະນະ​ທີ່​ເຂົ້າຮ່ວມ​ກອງ​ປະຊຸມ​ສຸດ​ຍອດຜູ້ນຳ​ກຸ່ມ 20 ປະ​ເທດ​ເມືອງ​ແຮມ​ເບິ​ກ ​ໂດຍ​ໄດ້​ເນັ້ນ​ຫຼາຍ​ເທື່ອ​ເຖິງ​ຄວາມ​ຈຳ​ເປັນ​ທີ່​ຈະ​ແກ້​ໄຂ​ວິ​ກິດ​ການ​ທາງ​ການ​ທູດ​ລະຫວ່າງ​ກາ​ຕາ​ແລະ​ຊາ​ອູ​ດິ ອາຣາບີ​ເປັນຕົ້ນ​ໂດຍ​ການ​ເຈລະຈາກັນ. ​ແນວ​ໃດ​ກໍ​ດີ, ຕົກ​ກີ​ກໍສະໜັບສະໜູນ​ກູ​ເວດທີ່​​ພະຍາຍາມ​ໄກ່​ເກ່ຍ​ເພື່ອ​ແກ້​ໄຂ​ວິ​ກິດ​ການ​ດັ່ງກ່າວ.

ຂ່າວ​ລາຍ​ງານ​ຕື່ມ​ວ່າ: ຕວກກີ​ສະໜັບສະໜູນ​ກາ​ຕາ​ມາ​ໂດຍ​ຕະຫຼອດ​ໃນ​ວິ​ກິດ​ການ​ດັ່ງກ່າວ ທັງ​ສະໜອງ​ອາຫານ​​ໃຫ້ເປັນຈຳນວນຫຼາຍ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ