ນາຍົກລັດຖະມົນຕີອີຣັກຮຽກຮ້ອງ​ໃຫ້​ກອງທັບ​ລັດຖະບານ​ຮັກສາ​ໝາກຜົນ​​ແຫ່ງໄຊຊະນະຢູ່​ເມືອງ​ໂມ​ຊຸນ
2017-07-10 16:31:02  cri 

ທ່ານ​ຮາ​ຍເດີ ອານ ອາບາດີ ນາຍົກລັດຖະມົນຕີ ທັງ​ເປັນ​ຜູ້​ບັນຊາ​ການ​ກອງ​ກຳລັງ​ປະກອບ​ອາວຸດ​ອີຣັກ ​ໄດ້​ເຂົ້າຮ່ວມ​ກອງ​ປະຊຸມ​ຢູ່​ເມືອງ​ໂມ​ຊຸນ​ໃນ​ວັນ​ທີ 9 ກໍລະກົດ​ນີ້ ​​ແລະ​ໄດ້​ອອກຄຳ​ສັ່ງຫຼາຍຢ່າງ ທັງ​ຮຽກຮ້ອງ​ໃຫ້​ກອງທັບ​ລັດຖະບານ​ສຸມ​ກຳລັງ​ຮັກສາ​ໝາກຜົນ​ແຫ່ງ​ໄຊຊະນະດ້ວຍ​ເພີ່ມ​ຄວາມ​ເຂັ້ມ​ແຂງ​ໃນ​ການ​ປະຕິບັດ​ໜ້າ​ທີ່​ຕ່າງໆ ​ເປັນຕົ້ນ ດັບ​ສູນ​ກຳລັງ​​ກຸ່ມ IS ທີ່ຫຼົງ​ເຫຼືອ, ຟື້ນ​ຟູ​ຄວາມ​ໝັ້ນຄົງ ​ແລະ ຄວາມ​ສະຫງົບ​ໃນ​​ເມືອງ​ໂມ​ຊຸນ, ກູ້​ມິນ ​ແລະ ລະ​ເບີດ​ຕ່າງໆ ພ້ອມ​ທັງ​ປົກ​ປັກ​ຮັກສາ​ປະຊາຊົນ ​ແລະ​ວຽກ​ອື່ນໆ​ໃຫ້​ດີ.

​ໃນ​ວັນ​ດັ່ງກ່າວ, ຫ້ອງການ​ນາຍົກລັດຖະມົນຕີອີຣັກ ​ໄດ້ອອກ​ຖະ​ແຫຼງການ​ວ່າ: ທ່ານ​ອາ​ບາ​ດີ ຜູ້​ບັນຊາ​ການ​ກອງ​ກຳລັງ​ປະກອບ​ອາວຸດ​ປະ​ເທດ​ຕົນ​ໄດ້​ເດີນທາງ​ເຖິງ​ເມືອງ​ໂມ​ຊຸນ​ຫຼັງ​ໄດ້​ຮັບ​ການ​ປົດ​ປ່ອຍ​ແລ້ວ ​ທັງ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່ນາຍ​ແລະ​ພົນທະຫານ​ກໍ​ຄືປະຊາຊົນ​ອີຣັກທີ່​ກ້າຫານຕໍ່ສູ້​ຈົນ​ໄດ້​ຮັບໄຊຊະນະ​ທີ່​ຍິ່ງ​ໃຫຍ່.

ຫຼັງ​ເສຍ​ການ​ຄວບ​ຄຸມ​ເມືອງ​ໂມ​ຊຸນ​ແລ້ວ, ກຸ່ມ IS ທີ່ຄວບ​ຄຸມ​ພື້ນ​ທີ່​ໃນ​​ອີຣັກຍັງ​ເຫຼືອພຽງ​ແຕ່​ບໍ່​ເທົ່າ​ໃດ​ເມືອງ​ແລ້ວ ​ເຊິ່ງຖື​ວ່າຫຼຸດລົງ​ເກືອບ 90% ​ເມື່ອ​ທຽບ​ໃສ່​ປີ 2014. ນັກວິ​ເຄາະ​ຊີ້​ວ່າ: ກຸ່ມ IS ປະສົບ​ຄວາມ​ພ່າຍ​ແພ້​ຢ່າງ​ໜັກໜ່ວງຢູ່​ອີຣັກ​ໂດຍບໍ່​ສາມາດ​ຕ່າວ​ປິ້ນຄືນ​​ໄດ້​ອີກ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ