ລົດ​ເມ​​ຕຳ​ກັນ​ຢູ່​ຢາງ​ກຸ້ງເຮັດ​ໃຫ້ 6 ຄົນ​ເສຍ​ຊີ​ວິດ
2017-07-10 15:55:33  cri 
ເຈົ້າ​ໜ້າ​ທີ່​ດັບ​ເພີງ​ມຽນ​ມາ​ເປີຍ​ເຜີຍ​ໃນ​ວັນ​ທີ 7 ກໍ​ລະ​ກົດ​ນີ້​ວ່າ, ​ທາງ​ຫຼວງ​ທັນ​ໄອ​ເຊິ່ງ​ເປັນ​ທາງ​ຫຼວງ​ສຳ​ຄັນ​ໃນ​​ນະ​ຄອນ​ຢາງ​ກຸ້ງ​ເຊິ່ງ​ເປັນ​ເມືອງ​ໃຫຍ່​ທີ່​ສຸດ​ຂອງ​ມຽນ​ມາ​ໄດ້​ເກີດ​​ເຫດ​ລົດ​ເມ​ສອງ​ຄັນ​ຕຳ​ກັນ, ສົ່ງ​ຜົນ​ເຮັດ​ໃຫ້​ຢ່າງ​ໜ້ອຍມີ 6 ຄົນ​ເສຍ​ຊີ​ວິດ​ແລະ​ບາດ​ເຈັບ 40 ກວ່າ​ຄົນ.

ຜູ້​ຮັບ​ຜິດ​ຊອບ​ພະ​ແນກ​ດັບ​ເພີງ​ເປີດ​ເຜີຍ​ວ່າ, ປັດ​ຈຸ​ບັນ​ພວມເກັບ​ກຳຈຳ​ນວນ​ຜູ້​ບາດ​ເຈັບ, ​ຂະ​ນະ​ດຽວ​ກັນ​ກໍ​ແຈ້ງວ່າ, ເນື່ອງ​ຈາກ​ຄົນ​ເຈັບ​ຈຳ​ນວນ​ໜຶ່ງ​ເຈັບ​ສາ​ຫັດ, ຈຳ​ນວນ​ຜູ້​ເສຍ​ຊີ​ວິດ​ອາດ​ຈະ​ເພີ່ມ​ຂຶ້ນ​ຕື່ມ​ອີກ.

ຫຼັງ​ເກີດ​ອຸ​ບັດ​ເຫດ, ລົດ​ດັບ​ເພີງ​ແລະ​ລົດ​ໂຮງ​ໝໍ​ຫຼາຍ​ຄັນ​ໄດ້​ໄປ​ຈຸດ​ເກີດ​ເຫດ, ຂະ​ນະ​ທີ່​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ​ພວມ​ສືບ​ສວນ​ເຫດ​ຂອງ​ເກີດ​ອຸ​ບັດ​ເຫດ​ທີ່​ຮຸນ​ແຮງ​ຄັ້ງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ