ແຜ່ນ​ດິນ​ໄຫວ​ຢູ່​ພາກ​ກາງ​ຟີ​ລິບ​ປິນ​​ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ ແລະ​ບາດ​ເຈັບ 72 ຄົນ
2017-07-10 16:46:11  cri 
ຄະ​ນະ​ກຳ​ມະ​ການຫຼຸດ​ຜ່ອນ​ໄພ​ພິ​ບັດ​ແຫ່ງ​ຊາດ​ຟີ​ລິບ​ປິນ​ເປີດ​ເຜີຍ​ໃນ​ວັນ​ທີ 7 ກໍ​ລະ​ກົດ​ນີ້​ວ່າ, ແຜ່ນ​ດິນ​ໄຫວ​ຂັ້ນ 6,5 ລິກ​ເຕີ​ທີ່​ເກີດ​ຂຶ້ນ​ຢູ່​ພາກ​ກາງ​​ໃນ​ວັນ​ທີ 6 ກໍ​ລະ​ກົດ​ນີ້​ໄດ້ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ 2 ຄົນ ແລະ​ບາດ​ເຈັບ 72 ຄົນ.

ເຈົ້າ​ໜ້າ​ທີ່​ເກາະ​ໄລ​ເຕ​ທີ່​ເປັນ​ສູນ​ກາງ​ຂອງ​ແຜ່ນ​ດິນ​ໄຫວ​ແຈ້ງວ່າ, ແຜ່ນ​ດິນ​ໄຫວ​ໄດ້​ເຮັດ​ໃຫ້​ເຮືອນ​ຊານ​ເປັນ​ຈຳ​ນວນຫຼາຍ​ເປ່​ເພ, ​ທາງຫຼວງແລະ​ທາງ​ແລ່ນ​ສະ​ໜາມ​ບິນ​ຖືກ​ຕັດ​ຂາດ. ປັດ​ຈຸ​ບັນ, ໂຮງ​ຮຽນ​ຢູ່ເກາະ​ໄລ​ເຕ​ໄດ້​ຢຸດ​ການ​ຮຽນ​​ທັງໝົດ ​ຂະ​ນະ​ດຽວ​ກັນ​ກໍ​ໄດ້​ຍົກ​ເວັ້ນ​ຖ້ຽວ​ບິນ​​ມາ​ສູ່​ເກາະ​ດັ່ງ​ກ່າວ. ​ສ່ວນຫຼາຍເຂດ​ພາກ​ກາ​ງ​ຟີ​ລິບ​ປີນ ເປັນ​ຕົ້ນເກາະ​ໂບ​ໂຮນ, ເກາະ​ໄລ​ເຕ ແລະ​ເກາະ​ຊາ​ມາ ໄຟ​ຟ້າ​ມອດ​ເຊັ່ນ​ດຽວ​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ