ອາ​ຣັບ​ບີ​ຊາ​ອຸ​ດິດ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ 20 ປະ​ເທດ​ປີ 2020
2017-07-10 16:55:42  cri 
ທ່ານ​ນາງ​ແອງ​ເຈີ​ລາ ເມີ​ເ​ຄວ ນາ​ຍົກ​ລັດ​ຖະ​ມົນ​ຕີ​ເຢຍ​ລະ​ມັນ​​ກ່າວ​ຢູ່​ເມືອງ​ແຮມ​ເບີກເມື່ອ​ມໍ່ໆ​ມາ​ນີ້​ວ່າ, ອາ​ຣັບ​ບີ​ຊາ​ອຸ​ດິດ​ຈະ​ເປັນ​ເຈົ້າ​ພາບ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ 20 ປະ​ເທດ​​ໃນປີ 2020. ຂະ​ນະ​ທີ່​ປີ​ໜ້າ​ຈະ​ຈັດ​ຂຶ້ນ​ຢູ່​ອາກ​ຊັງ​ຕິນ​ ແລະ​ຢູ່​ຍີ່​ປຸ່ນ​ໃນ​ປີ 2019.

ທ່ານ​ອິບ​ຣາ​ຮິມ ອານ-ອາ​ຊາ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ​ອາ​ຣັບ​ບີ​ຊາ​ອຸ​ດິດ​ກ່າວ​ໃນ​ພິ​ທີ​ປິດ​ປະ​ຊຸມ​ສຸດຍອດ​ແຮມ​ເບີກ​ກຸ່ມ 20 ປະ​ເທດ​ວ່າ, ​ອາ​ຣັບ​ບີ​ຊາ​ອຸ​ດິດຈະ​ຮ່ວມ​ມື​ກັບ​ປະ​ເທດ​ໃນ​ກຸ່ມ 20 ປະ​ເທດ​ຢ່າງ​ສຸດ​ຂີດ ​ທັງ​ມີ​ຄວາມ​ໝັ້ນ​ໃຈ​ແລະ​ຄວາມ​ສາ​ມາດ​ໃນ​ການ​ຈັດ​ກອງ​ປະ​ຊຸມສຳ​ເລັດ​ຜົນ​ຕາມ​ເປົ້າ​ໝາຍ.

ທ່ານ​ອານ-ອາ​ຊ​າ​ຟ​ກ່າວ​ວ່າ, ​ອາ​ຣັບ​ບີ​ຊາ​ອຸ​ດິດສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຜົນ​ສຳ​ເລັດ​ຈັດ​ກອງ​ປະ​ຊຸມ​ຂອງ​ເຢຍ​ລະ​ມັນ​ ແລະ​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ປະ​ເທດ​ທີ່​ເຂົ້າ​ຮ່ວມກອງ​ປະ​ຊຸມ​ນຳ​ໄປ​ຈັດ​ຕັ້ງ​ຜັນ​ຂະ​ຫຍາຍ "ວາ​ລະ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ 2030 ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ" ເພື່ອ​ຮັບ​ມື​ກັບ​ສິ່​ງ​ທ້າ​ທາຍ​ນາ​ໆ​ປະ​ການ ທັງຊ່ວຍ​ປະ​ເທດ​ພວມ​ພັດ​ທະ​ນາ​ແລະ​ປະ​ເທດ​ດ້ອຍ​ພັດ​ທະ​ນາ​ທີ່​ສຸດ ເຊິ່ງກວມ​ເອົາ​ທັງ​ປະ​ເທດ​ອາ​ຟ​ຣິ​ກາ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ ແລະ​ຮັບ​ປະ​ກັນ​ວຽກ​ງານ​ທີ່​ກ່ຽວ​ຂ້ອງໃຫ້​ໄດ້​ຮັບ​ການ​ປະ​ຕິ​ບັດ​ຢ່າງ​ມີ​ປະ​ສິດ​ທິ​ພາບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ