ຄ​ລິ​ນິກ​ຊ້ານ​ຈີ້​​ສິງ​ກະ​ໂປ​ລະ​ດົມ​ທຶນ​ການກຸ​ສົນ​ເພື່ອ​ຊ່ວຍ​​ປິ່ນ​ປົວປະ​ຊ​າ​ຊົນນຳ​​ໝໍ​ຈີນໂດຍ​ບໍ່​ເສຍ​ຄ່າ
2017-07-10 17:00:22  cri 
ຄ​ລິ​ນິກ​ຊ້ານ​ຈີ້ ອົງ​ການ​ການ​ກຸ​ສົນ​ສິງ​ກະ​ໂປ​ໄດ້​ຈັດ​ງານ​ລາ​ຕີສະ​ໂມ​ສອນ​ລະ​ດົມ​ທຶນ "ລາ​ຕ​ແຫ່ງ​ຄວາມ​ຮັກ​ແພງ" ຢູ່​ສູນ​ວາງ​ສະ​ແດງ​ສິງ​ກະ​ໂປ​ໃນ​ຕອນ​ຄ່ຳ​ວັນ​ທີ 8 ກໍ​ລະ​ກົດ​ນີ້ ເຊິ່ງ​ເງິນ​​ທີ່​ໄດ້​ຮັບ​ຈະ​ນຳ​ໃຊ້​ເຂົ້າ​ໃນ​ການ​ບົ່ງ​ມະ​ຕິ​ພະ​ຍາດ​ແລະ​ປິ່ນ​ປົວ​ກຸ່ມ​ຄົນ​ດ້ອຍ​ອາ​ໂອ​ກາດໂດຍ​ຜ່ານ​ທ່ານ​ໝໍ​ຈີນ​ແບບ​ບໍ່ເສຍ​ຄ່າ ໂດຍ​ສາ​ມາດ​ລະ​ດົມ​ທຶ​ນ​ໄດ້ 7 ລ້ານກວ່າ​ໂດ​ລາ.

ຄ​ລິ​ນິກ​ຊ້ານ​ຈີ້​ສ້າງ​ຕັ້ງ​ຂຶ້ນເມື່ອ​ປີ 1901 ເຊິ່ງຫຼາຍ​ປີຜ່ານ​ມາ​, ​ສາ​ມາດ​ປິ່ນ​ປົວ​ແລະ​ຈ່າຍ​ຢາ​ຕິດບາດ​ພື້ນ​ເມືອງ​ຈີນ​ໃຫ້​ແກ່​ທຸກ​ຄົນ​ທີ່​​ຕ້ອງ​ການ ໂດຍ​ບໍ່​ຈຳ​ແນກ​ຜິວ​ພັນ, ສາ​ສະ​ໜາ ແລະ​ສັນ​ຊາດ ເຊິ່ງ​ປັດ​ຈຸ​ບັນ​ມີ 13 ​ສາ​ຂາ ​ ແລະ​ພະ​ນັກ​ງານ 113 ຄົນຢູ່​ສິງ​ກະ​ໂປ. ນັບ​ແຕ່​ປີ 2014 ຫາ​ເດືອນມິ​ຖຸ​ນາ​ປີ 2017, ຄ​ລິ​ນິກ​ດັ່ງ​ກ່າວ​ໄດ້​ປິ່ນ​ປົວ​ຄົນ​ເຈັບ 7 ແສນ 3 ໝື່ນ​ເທື່ອ​ຄົນ ແລະ​​ຈ່າຍ​ຢາ​ຕິດ​ບາດ​ພື້ນ​ເມືອງ​ຈີນ 1 ລ້ານ 5 ແສນ 6 ໝື່ນກວ່າ​ແຜ່ນ ເຊິ່ງ​ໄດ​ຮັບ​ການ​ສະ​ໜັບ​ສະ​ໜູນ​​ຈາກສັງ​ຄົມຢ່າງ​ແຂງ​ແຮງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ