ທະ​ນາ​ຄານ​ໂລກ​ຊ່ວຍ 3 ​ປະ​ເທດ​ໃນ​ອາ​ຊຽນກວ່າ 2 ຕື້ 700 ລ້ານ​ໂດ​ລາ​
2017-07-11 15:42:56  cri 
ໜັງ​ສື​ພິມ​ວຽງ​ຈັນ​ທາມ​ສະ​ບັບ​ວັນ​ທີ 10 ກໍ​ລະ​ກົດ​ລາຍ​ງານ​ວ່າ, ມາ​ຮອດ​ທ້າຍ​ເດືອນ​ມິ​ຖຸ​ນາ​ຜ່ານ​ມາ, ທະ​ນາ​ຄານ​ໂລກ​ໄດ້​ສະ​ໜັບ​ສະ​ໜູນ​ລາວ, ມຽນ​ມາ​ແລະ​ກຳ​ປູ​ເຈຍ​ປະ​ຕິ​ບັດ​ 43 ໂຄງ​ການ, ດ້ວຍມູນ​ຄ່າ​ຫຼາຍກວ່າ 2 ຕື້ 700 ລ້ານ​ໂດ​ລາ. ໃນນີ້, ລາວ​ມີ 18 ໂຄງ​ການ, ​ມູນ​ຄ່າ 437 ລ້ານ​ໂດ​ລາ; ກຳ​ປູ​ເຈຍ 12 ໂຄງ​ການ, ມູນ​ຄ່າ 243 ລ້ານ​ໂດ​ລາ, ​ແລະ​ມຽນ​ມາ​ 13 ໂຄງ​ການ, ​ມູນ​ຄ່າ 2 ຕື້​ໂດ​ລາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ