ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ຈະ​ຕັ້ງ​ເຂດ​ວາງ​ສະ​ແດງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເປັນ​ຄັ້ງ​ທຳ​ອິດ
2017-07-11 08:09:28  cri 
ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-ອາ​ຊຽນ​ຄັ້ງ​ທີ 14 ທີ່ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ນານ​ນິງ​ເຂດກວາງ​ຊີ ສ​ປ ຈີນ​ແຕ່​ວັນ​ທີ 12 ຫາ 15 ກັນ​ຍາ​ປີ​ນີ້. ​ຈະ​ຕັ້ງ​ເຂດ​ວາງ​ສະ​ແດງ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເປັນ​ຄັ້​ງ​ທຳ​ອິດ, ​ແລະປັດ​ຈຸ​ບັນ​ມີ​ວິ​ສາ​ຫະ​ກິດ​ຈາກ 10 ກວ່າ​ປະ​ເທດ​ເຊັ່ນ​ຍີ່​ປຸ່ນ, ສ ເກົາ​ຫຼີ ອາ​ເມ​ລິ​ກາ ອົ​ສ​ຕຼ​າ​ລີ​ແລະ​ອື່ນໆ​ເຊິ່ງ​ເປັນ​ປະ​ເທດ​ລົງ​ນາມໃນສັນຍາ​ການ​ພົວພັນ​ຄູ່​​ເສດຖະກິດ​ຮອບດ້ານ​ໃນ​ພາກ​ພື້ນ ຫຼື RCEP​ ແລະ​ປະ​ເທດ​ສຳ​ຄັນ​ທີ່​ລຽບ​ຕາມ "ໜຶ່ງ​ແລ​ວ​ທາງ​ໜຶ່ງ​ເສັ້​ນ​ທາງ" ແຈ້ງ​ເຈດ​ນຳ​ນົງ​ເຂົ້າ​ຮ່ວມ​ແລ້ວ.

ທ່ານ​ສຽນ​ເຄີ້​ມິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ພິ​ທີ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້​ວ່າ, ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ໄດ້​ເນັ້ນ "ຮ່ວມ​ກັນ​ສ້າງ​ເສັ້ນ​ທາງ​ສາຍ​​ໄໝ​ທາງ​ທະ​ເລ​ສະ​ຕະ​ວັດ​ທີ 21, ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພາກ​ພື້ນ​ເຊື່ອມ​ໂຍງ​ເຂົ້າ​ກັນ​ດ້​ວຍການ​ທ່ອງ​ທ່ຽວ", ​ຂະ​ນະ​ທີ່ບ​ຣູ​ໄນ​ແມ່ນ​ປະ​ເທດ​ກິ​ຕິ​ມະ​ສັກ. ຈີນ​ພ້ອມເພີ່ມ​ການ​ປະ​ສານ​ສົມ​ທົບ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ, ປະ​ຕິ​ບັດ​ຄວາມ​ເປັນ​ເອ​ກະ​ພາບ​​ຕ່າງໆ​ລະ​ຫວ່າງ​ຜູ້​ນຳ​ສອງ​ຝ່າຍ​ໃຫ້​ດີ, ໂດຍ​ສະ​ເພາະ​ປະ​ຕິ​ບັດ​ໝາກ​ຜົນ​ທີ່​ໄດ້​ຮັບ​ໃນ​ກອງ​ປະ​ຊຸມ​ສຸດຍອດເວ​ທີ​ປຶກ​ສາ​ຫາ​ລື​ການ​ຮ່ວມ​ມື​ສາ​ກົນ "ໜຶ່ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ທີ່​ຈັດ​ຂຶ້ນ​ໃນ​ເດືອນ​ພຶດ​ສະ​ພາ​ປີ​ນີ້, ​ເພື່ອຊຸກ​ຍູ້​ໃຫ້​ການ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ຝ່າຍ​ກ້າວ​ໄປ​ຂ້າງ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ