6 ເດືອນ​ຕົ້ນ​ປີ​ນີ້ ຈີນ​ເປັນ​ຕະຫຼາດ​ສົ່ງ​ອອກ​ເຂົ້າ​ສານ​ໃຫຍ່​ທີ່​ສຸດ​ຂອງ​ກຳ​ປູ​ເຈຍ
2017-07-11 10:30:22  cri 
​ ສຳ​ນັກ​ງານ​ສົ່ງ​ອອກ​ເຂົ້າ​ສານ​ກຳ​ປູ​ເຈຍ​ເປີດ​ເຜີຍ​ວ່າ, ນັບ​ແຕ່​ເດືອນ​ມັງ​ກອນ​ຫາ​ເດືອນ​ມິ​ຖຸ​ນາ​ປີ​ນີ້, ​ປະ​ເທດ​ຕົນ​ສົ່ງ​ອອກ​ເຂົ້​າ​ສານ​ໄດ້ເກືອບ 2 ແສນ 9 ໝື່ນ​ໂຕນ ເພີ່ມ​ຂຶ້ນ 7,6% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ຜ່ານ​ມາ. ໃນ 56 ຕະຫຼ​າດ​ທີ່​ສົ່ງ​ອອກ​ນັ້ນ, ​ຈີນເກືອບ 9 ໝື່ນ 5 ພັນ​ໂຕນ ເຊິ່ງ​ໄດ້​ກວມ 32% ຂອງຍອດ​ການ​ສົ່ງ​ອອກ ແລະ​ເປັນ​ຕະຫຼາດ​ສົ່ງ​ອອກ​ໃຫຍ່​ອັນ​ດັບ​ໜຶ່ງ. ຖັດ​ມາ​ແມ່ນຝ​ຣັ່ງ, ໂປ​ໂລຍ ແລະ​ອັງ​ກິດຕາມ​ລຳ​ດັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ