ຣັດ​ເຊຍ, ອາ​ເມ​ລິ​ກາ​ແລະ​ຊອກ​ດາ​ນີ​ພວມ​​ກໍ່ສ້າງ​ສູນ​ຕິດ​ຕາມ​ການ​ຢຸດ​ຍິງ​​ຢູ່​ຊີ​ຣີ
2017-07-11 10:36:30  cri 
ທ່ານ​ເຊີ​ເກ ລາ​ຟ​ຣົ​ຟ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຣັດ​ເຊຍ​ກ່າວ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້​ວ່າ, ຣັດ​ເຊຍ, ອາ​ເມ​ລິ​ກາ​ແລະ​ຊອກ​ດາ​ນີ​ພວມ​ກໍ່​ສ້າງ​ສູນ​ຕິດ​ຕາມ​ການ​ຢຸດ​ຍິງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງໃຕ້ຊີ​ຣີ ເພື່ອ​ຕິດ​ຕາມ​ສະ​ພາບ​ການ​ປະ​ຕິ​ບັດ​​ສັນ​ຍາ​ຢຸດ​ຍິງ​ຢູ່​ເຂດ​ດັ່ງ​ກ່າວ.

ພາຍຫຼັງຣັດ​ເຊຍ, ອາ​ເມ​ລິ​ກາ ແລະ​ຊອກ​ດາ​ນີ​ໄດ້​ເປັນ​ເອ​ກະ​ພາບ​ກັນ​ສະ​ໜັບ​ສະ​ໜູນ​ສັນ​ຍາ​ຢຸດ​ຍິງ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຊີ​ຣີ​ຢູ່​​ອຳ​ມານ​ໃນ​ວັນ​ທີ 7 ກໍ​ລະ​ກົດ​ນີ້. ໂຄ​ສົກ​ລັດ​ຖະ​ບານ​ຊອກ​ດາ​ນີ​ກໍ​ໄດ້​ອອກ​ມາ​ເປີດ​ເຜີຍ​ໃນ​ມື້​ດຽວ​ກັນ​ວ່າ, 3 ຝ່າຍ​ເປັນ​ເອ​ກະ​ພາບ​ກັນສະ​ໜັບ​ສະ​ໜູນ​ການ​ຢຸດ​ຍິງ​ ເພື່ອ​ເຮັດ​ໃຫ້​ການ​ປະ​ທະ​ກັນ​ຢູ່​ພາກ​ໃຕ້​ຊີ​ຣີ​ຫຼຸດຜ່ອນ​ລົງ ແລະ​ກ້າວ​ໄປ​ສູ່​ການ​ເປັນ​ປໍ​ລະ​ປັກ​ກັນ​ຢຸດ​ຕິ ລວມ​ທັງ​ເປັນ​ການຟື້ນ​ຟູ​ສະ​ຖຽນ​ລະ​ພາບ ແລະ​ອຳ​ນວຍ​ຄວາ​ມ​ສະ​ດວກ​ໃຫ້​ແກ່​ການ​ຊ່ວຍ​ເຫຼືອ​ດ້ານ​ມະ​ນຸດ​ສະ​​ທຳ​ຢູ່​ເຂດ​ດັ່ງ​ກ່າວ​ຕື່ມ​ອີກ. ສັນ​ຍາ​ຢຸດ​ຍິງ​​ມີ​ຜົນ​ບັງ​ຄັບ​ໃຊ້​ແຕ່​​ເວ​ລາ 12 ໂມງ​ຂອງວັນ​ທີ 9 ກໍ​ລະ​ກົດ​ຕາມ​ເວ​ລາ​ທ້ອງ​ຖິ່ນ​ເປັນ​ຕົ້ນ​ໄປ ແລະ​ການ​ທີ່​ບັນ​ດາ​ຝ່າຍ​ໄດ້​ຕົກ​ລົງ​ກັນ​ສ້າງ​ສູນ​ຕິດ​ຕາມ​ການ​ຢຸດ​ຍິງພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຊີ​ຣີ​ຢູ່​ນະ​ຄອນຫຼວງ​ອຳ​ມານ​ປະ​ເທດ​ຊອກ​ດາ​ນີ ​ກໍ​ເພື່ອ​ເຮັດ​ໃຫ້​ການ​ຕິດ​ຕໍ່​ພົວ​ພັນ​ກັບຜູ້​ແທນ​ຝ່າຍ​ຄ້ານ​ແລະ​​ທະ​ຫານລັດ​ຖະ​ບານ​ຊີ​ຣີ​ໄດ້​ໂດຍ​ກົງ. ​ຂ່າວ​ແຈ້ງວ່າ, ມາ​ເຖິງຕອນ​ຄ່ຳ​ວັນ​ທີ 9 ກໍ​ລະ​ກົດ​ນີ້, ການ​ປະ​ທະ​ກັນ​ແບບ​ຮຸນ​ແຮງຢູ່​ເຂດ​ຢຸດ​ຍິງ​ໄດ້​ຢຸດ​ຕິ​ລົງ​ແລ້ວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ