ຈີນ​ຈະ​ເພີ່ມ​ການ​ນຳ​ເຂົ້​າ​ສິນ​ຄ້າ​ຈາກ​ອາ​ຊຽນຫຼາຍ​ຂຶ້ນ
2017-07-11 10:39:06  cri 

ທ່ານ​ສຽນ​ເຄີ້​ໝິງ ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຄ້າ​ຈີນ​ກ່າວ​ໃນ​ພິ​ທີ​ຖ​ະ​ແຫຼງ​ຂ່າວ​ທີ່​ຫ້ອງ​ການ​ຖະ​ແຫຼງ​ຂ່າວຂອງ​ຄະ​ນະ​ລັດ​ຖະ​ບານ​ຈີນ​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້​ວ່າ, ຕໍ່​ໜ້າ, ຈີນ​ຈະ​ເພີ່ມ​ທະ​ວີ​ການ​ນຳ​ເຂົ້າ​​ສິນ​ຄ້າຈາກ​ອາ​ຊຽນ​ຕື່ມ​ອີກ ແລະ​ສືບ​ຕໍ່​ລົ​ງ​ເລິກ​ການ​ຮ່ວ​ມ​ມື​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ດ່ານ​ພ​າ​ສີ, ການກວດ​ກາ​ຄຸນ​ນະ​ພາບ​ສິນ​ຄ້າ​ແລະ​ອື່ນໆ ທັງຫຼຸດ​ຂັ້ນ​ຕອນ​ການ​ແຈ້ງ​ຜ່ານ​ດ່ານ​ໃຫ້​ໜ້ອຍ​ລົງ ເພື່ອ​ອຳ​ນວຍ​ຄວາມ​ສະ​ດວກ​ໃຫ້​ແກ່​ຜະ​ລິດ​ຕະ​ພັນ​ທີ່​ເປັນ​ທ່າ​ແຮງ​ຂອງ​ບັນ​ດາ​ປະ​ເທດ​ໃນ​ອາ​ຊຽນ​ສົ່ງ​ມາ​ຈີນ.

ທ່ານ​ສຽນ​ເຄີ້​ໝິງ​ກ່າວ​ຕື່ມ​ວ່າ, ຈີນ​ແລະ​ອາ​ຊຽນ​ຈະ​ສືບ​ຕໍ່​ຮ່ວມ​ກັນ​ສ້າງ​ເຂດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ແລະ​ເຂດ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຂ້າມ​ຊາຍ​ແດນ. ຂະ​ນະ​ດຽວ​ກັນ, ສອງ​ຝ່າຍ​ຍັງ​ຈະ​ຊຸກ​ຍູ້​ກົນ​ໄກ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ທີ່​ຕິດ​ແທດ​ຕົວ​ຈິງ​ແລະ​ມີ​ປະ​ສິດ​ທິ​ພາບ​ສູງ​ລະ​ຫວ່າງ​ເຂດ​ແຂວງ​ຕ່າງໆ​ຂອງ​ສອງ​ຝ່າຍ​ ໃນ​ຂອບ​ການ​ສ້າງ "ໜຶ່​ງ​ແລວ​ທາງ​ໜຶ່ງ​ເສັ້ນ​ທາງ" ເພື່ອ​ສ້າງ​ເວ​ທີ​ການ​ຮ່ວມ​ມື​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ນ້ອຍ ແລະ​ສ້າ​ງ​ຄວາມ​ຍິ່ງ​ໃຫຍ່​ໃຫ້​ແກ່ຕະຫຼາດທຸ​ລະ​ກິດ​ເອເລັກ​ໂຕ​ຣ​ນິກ​ໃນ​ຈີນ​ແລະ​ອາ​ຊຽນ.

ASEAN Tesco ຖານ​ທຸ​ລະ​ກິດ​ເອເລັກ​ໂຕ​ຣ​ນິກ​ຂ້າມ​ຊາຍ​ແດນ​ຈີນ-ອາ​ຊຽນ ໄດ້​ເປີດ​ບໍ​ລິ​ການ​ໃນ​ເດືອນ​ທັນ​ວາ​ປີ​ຜ່ານ​ມາ ແລະ​ມາ​ຮອດ​ປັດ​ຈຸ​ບັນ ​ການ​ຊື້​ຂາຍ​ຜ່ານ​ຖານ​ດັ່ງ​ກ່າວ​ມີ​ເຖິງ 7 ແສນ 5 ໝື່ນ​ລາຍ​ແລ້ວ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ