ລາວ​ສັ່ງ​ປິດ​ຄ​ລິ​ນິກ​​ຕ່າງ​ປະ​ເທດ
2017-07-11 16:11:49  cri 
ຕາມໜັງ​ສື​ພິມ​ວຽງ​ຈັນ​ທ​າມ: ເມື່ອ​ມໍ່ໆ​ມາ​ນີ້, ກະ​ຊວງ​ສາ​ທາ​ລະ​ນະ​ສຸ​ກ​ລາວ​ໄດ້​ສັ່ງ​ປິດ​ຄ​ລິ​ນິກ​ທີ່​ເປັນ​ການ​ລົງ​ທຶນ​​ຂອງຕ່າງ​ປະ​ເທດ​ທັງ​ໝົດ​ແລ້ວ ຫຼັງ​ເຫັນ​ວ່າ​ໃນ​ຂໍ້​ກຳ​ນົດ​ກົດ​ລະ​ບຽບ​ອະ​ນຸ​ຍາດ​ໃຫ້ແຕ່​ປະ​ຊາ​ຊົນ​ ​ລາວ​ເທົ່​ນັ້ນ​ທີ່​ສາ​ມາດ​ເປີດ​ຄ​ລິ​ນິກ​ສ່ວນ​ບຸກ​ຄົນ​ໄດ້, ສ່ວນນັກ​ລົງ​ທຶນ​ຕ່າງ​ປະ​ເທດ​ທີ່​ມີ​ຈຸດ​ປະ​ສົງ​ດຳ​ເນີນ​ທຸ​ລະ​ກິດ​ດ້ານ​ສາ​ທາ​ລະ​ນະ​ສຸກ​​ໄດ້​ຮັບອະ​ນຸ​ຍາດ​ໃຫ້​ເປີດແຕ່​ໂຮງ​ໝໍ. ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ລາວ​ຈະ​ປິດ​ຄ​ລິ​ນິກ​​ຕ່າງ​ປະ​ເທດ​ສ່ວນ​ໜຶ່ງ​ທີ່​ໃບ​ທະ​ບຽນດຳ​ເນີນ​ທຸ​ລະ​ກິດ​ໝົດ​ກຳ​ນົດ​ໃນ​ປີ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ