ຈີນ​ກາຍ​ເປັນ​ປະ​ເທດ​ຜະ​ລິດ​ພ​ະ​ລັງ​ງານ​ໝູນ​ວຽນໃຫຍ່​ທີ່​ສຸ​ດ​
2017-07-11 16:02:10  cri 
    ຕາມ​ຂ່າວ​ CRI: ກຸ່ມ BP ເຊິ່ງ​ເປັນ​ບໍ​ລິ​ສັດ​ພະ​ລັງ​ງານ​ໃຫຍ່​ທີ່​ສຸດ​ໃນ​ໂລກ ໄດ້​ເປີດ​ເຜີຍ "ສະ​ຖິ​ຕິ​ພະ​ລັງ​ງານ​ໂລກ BP" ສະ​ບັບຫຼ້າ​ສຸດ​ຢູ່​ນະ​ຄອນ​ຊຽງ​ໄຮ ໂດ​ຍ​ສະ​ແດງ​ໃຫ້​ເຫັນ​ວ່າ, ໄຟ​ຟ້າ​ທີ່​ຜະ​ລິດ​ດ້ວຍ​ພະ​ລັງ​ງານ​ໝູນ​ວຽນ (ບໍ່​ລວມ​ທັງ​ໄຟ​ຟ້າ​ນ້ຳ​ຕົກ) ໃນ​ທົ່ວ​ໂລກ​ປີ​ຜ່ານ​ມາ ໄດ້​ເພີ່ມ​ຂຶ້ນ 14,1% ເມື່ອ​ທຽບ​ໃສ່ປີ 2015 ເຊິ່ງ​ເປັນ​ການ​ເພີ່ມ​ຂຶ້ນ​ຫຼາຍ​ທີ່​ສຸດ​ນັບ​ແຕ່​​ເກັບ​ກຳ​ເປັນ​ຕົ້ນ​ມາ, ໃນ​ນີ້, ຈີນ​ໄດ້​ລື່ນ​ອາ​ເມ​ລິ​ກາ ແລະ​ກາຍ​ເປັນ​ປະ​ເທດ ​ຜະ​ລິດ​ພະ​ລັງ​ງານ​ໝູນ​ວຽນ​ຂ​ໃຫຍ່​ທີ່​ສຸດຂອງ​ໂລກ.

    ທ່ານ ສະ​ເປັນ​ເຊີ ແດ​ເລ ຫົວ​ໜ້ານັກ​ເສດ​ຖະ​ສາດຂອງ ກຸ່ມ BP ກ່າວ​ວ່າ, ຈີນ​ພວມ​ນຳ​ພາ​ການ​ພັດ​ທະ​ນາ​ພະ​ລັງ​ງານ​ໝູນ​ວຽນ​ຂອງ​ໂລກ​ກ້າວ​ກະ​ໂດດໄວ​ຂຶ້ນ ໂດຍສາ​ມາດຜະ​ລິດ​ໄດ້ກວມ​ອັດ​ຕາ​ສ່ວນ​ເຖິງ 40% ຂອງ​ພະ​ລັງ​ງານ​ໝູນ​ວຽນ​ໃນ​ໂລກ​ເຊິ່ງ​ເພີ່ມ​ຂຶ້ນ​ໃນປີ​ຜ່ານ​ມາ ແລະຫຼາຍກວ່າ​ການ​ເພີ່ມ​ຂຶ້ນ​ຂອງ​ອົງ​ການ​ຮ່ວມ​ມື​ເສ​ດ​ຖະ​ກິດ. ຂະ​ນະ​ດຽວ​ກັນ, ມາ​ຮອດ​ທ້າຍ​ປີຜ່ານ​ມາ,​ຈີນ​ຂຶ້ນ​ມາ​ຄອງ​ອັນ​ດັບ​ໜຶ່ງ​ຂອງ​ໂລກ​ໃນຄວາ​ມ​ສາ​ມາດ​ການ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ລົມ​ແລະ​ແສງ​ຕາ​ເວັນ.

    ທ່ານ ສະ​ເປັນ​ເຊີ ແດ​ເລ ກ່າວ​ຕື່ມ​ວ່າ, ສາມ​ປີ​ຜ່ານ​ມາ, ຈີນ​ໄດ້​ເປັນ​ສ່ວນ​ສຳ​ຄັນ​ຕໍ່ການ​ລະ​ບາຍ​ກາກບອນ​ດີ​ອັອກ​ຊິດ​ໃນ​ໂລກ​ເກືອ​ບ​ເວົ້າ​ໄດ້​ວ່າ​ບໍ່​ມີ​ການ​ເພີ່ມ​ຂຶ້ນແຕ່​ຢ່າງ​ໃດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ