ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ປະ​ສົບ​ຜົນ​ສຳ​ເລັດ​ການ​ດຳ​ເນີນ​ທຸ​ລະ​ກິດ
2017-07-11 16:03:39  cri 
    ຕາມ​ຂ່າວ​ສານ​ຈີນ: ທ່ານ ນາ​ຈິບ ຕຸນ ຣາ​ຊັກ ນາ​ຍົກ​ລັດ​ຖະ​ມົນ​ຕີ​ມາ​ເລ​ເຊຍ ກ່າວ​ຢູ່​ນະ​ຄອນຫຼວງ​ກົວ​ລາ​ລຳ​ເປີ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້​ວ່າ, ​ພາຍຫຼັງບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​ສຸມ​ໃສ່​ການ​ປັບ​ປຸງ​ໃນ 5 ປີ​ຜ່ານ​ມານັ້ນ, ມາ​ຮອດ​ປັດ​ຈຸ​ບັນ​ບັນ ຖື​ວ່າ​ສຳ​ເລັດ​ໂດຍ​ດີ ແລະ​ຄາດ​ວ່າ ປີ​ໜ້າບໍ​ລິ​ສັດດັ່​ງ​ກ່າວ​ຈະ​ໄດ້​ຮັບ​ຜົນ​ກຳ​ໄລ​.

    ທ່ານ ນາ​ຈິບ ກ່າວ​ໃນ​ໂອ​ກາດເຂົ້າ​ຮ່ວມ​ງານ​ລ້ຽງເພື່ອ​ສິ້ນ​ສຸດ​ການ​ຖື​ສິນ​ອົດ​ຂອງ​ກຸ່ມ​ບໍ​ລິ​ສັດການ​ບິນ​ມາ​ເລ​ເຊຍ​ໃນ​ມື້​ດັ່ງ​ກ່າວ​ວ່າ: "ເປັນ​ສັນ​ຍານ​ທີ່​ດີ​ທີ່ CEO ຂອງ​ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍບອກ​ຂ້າ​ພະ​ເຈົ້າ​ວ່າ, ​ປີ​ໜ້າ ບໍ​ລິ​ສັດອາດ​ຈະ​ໄດ້​ຮັບ​ຜົນ​ກຳ​ໄລ​." ແລະ​ບໍ​ລິ​ສັດ​ດັ່ງ​ກ່າວ ກໍ​ຈະ​ພະ​ຍາ​ຍາມ​​ໃຫ້ໄດ້​ຮັບ​ການ​ເປັນ​ບໍ​ລິ​ສັດ​ການ​ບິນ 5 ດາວ​ຄືນ​ໃໝ່.

    ທ່ານ ນາ​ຈິບ ກ່າວ​ຕື່ມ​ວ່າ, ແຜນ​ການ​ປັບ​ປຸງບໍ​ລິ​ສັດ​ດັ່ງ​ກ່າວ​ຄືນ​ໃໝ່ ໄດ້​ເຂົ້າ​ສູ່​ໄລ​ຍະ​ສອງ​ແລ້ວ ເຊິ່ງ​ກໍ​​ເປັນ​ໄລ​ຍະ​ເປີດ​ເສັ້ນ​ທາງ​ການ​ບິນ​ໃໝ່, ຂະ​ນະ​ທີ່​ປັດ​ຈຸ​ບັນ ໄດ້​ເປີດ​ເສັ້ນ​ທາງ​ການ​ບິນ​ໃໝ່​ສູ່​ຈີນ 11 ສາຍ​ແລ້ວ.

    ປີ 2014 ບໍ​ລິ​ສັດ​ການ​ບິນ​ມາ​ເລ​ເຊຍ​​ປະ​ສົບ​ອຸ​ບັດ​ເຫດ​ການ​ບິນ 2 ເທື່ອ ແລະຫຼັງ​ຈາກນັ້ນ ຈຶ່ງ​ໄດ້​ປັບ​ປຸງ​ຄືນ​ໃໝ່​ຢ່າງ​ຂະ​ໜາດ​ໃຫຍ່ ທັງ​ໄດ້​ຫຼຸດ​ພະ​ນັກ​ງານ​ 1 ສ່ວນ 3 ຫຼືເກືອບ 6000 ຄົນ​ໃນ​ປີ 2015.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ