ຈີນ​ຊົມ​ເຊີຍ​ອີ​ຣັກ​ທີ່​ປົດ​ປ່ອຍ​ເມືອງ​ໂມ​ຊຸນ
2017-07-11 16:12:57  cri 
    ທ່ານ ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ​ຈີນ ກ່າວ​ໃນ​​ການ​ຖະ​ແຫຼງ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 10 ກໍ​ລະ​ກົດ​ນີ້​ວ່າ, ຈີນ​ຊົມ​ເຊີຍ​ອີ​ຣັກ​ທີ່​ປົດ​ປ່ອຍ​ເມືອງ​ໂມ​ຊຸນ​ໄດ້​ຢ່າງ​ສຳ​ເລັດ​ຜົນ.

    ທັງ​ນີ້ ຫ້ອງ​ການ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອີ​ຣັກ​ຖະ​ແຫຼງ​ໃນ​ວັນ​ທີ 9 ກໍ​ລະ​ກົດ​ນີ້​ວ່າ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮາຍ​ເດີ ອັນ ອາ​ບາ​ດີ ໄດ້​ເດີນ​ທາງ​ເຖິງ​ເມືອງ​ໂມ​ຊຸນຫຼັງ​ສາ​ມາດ​ປົດ​ປ່ອຍ​ໄດ້ ເພື່ອ​ຊົມ​ເຊີຍໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ຂອງກອງ​ທັບ​ແລະ​ປະ​ຊາ​ຊົນໃນ​ສົງ​ຄາມ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ.

    ທ່ານ ເກີງ​ສວງ ກ່າວ​ຕື່ມ​ວ່າ, ນີ້​ແມ່ນ​ໄຊ​ຊະ​ນະ​ອັນ​ຍິ່ງ​ໃຫຍ່​ໃນ​ສົງ​ຄາມ​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ຂອງ​ອີ​ຣັກ ກໍ​ແມ່ນ​ຄວາມ​ຄືບ​ໜ້າ​ທີ່​ດີ​ຂອງ​ການ​ຮ່ວມ​ມື​ຕ້ານ​ລັດ​ທິກໍ່​ການ​ຮ້າຍ​ສາ​ກົນ. ຈີນ​ຈະສະ​ໜັບ​ສະ​ໜຸນ​ລັດ​ຖະ​ບານ​ອີ​ຣັກ ໃນ​ການ​ປົກ​ປັກ​ຮັກ​ສາ​ສະ​ຖຽນ​ລະ​ພາບ​ຂອງ​ຊາດເໝືອນ​ດັ່ງ​ຜ່ານ​ມາ, ຊຸກ​ຍູ້​ການ​ສ້າງ​ເສດ​ຖະ​ກິດ​ຄືນ​ໃໝ່ ແລະ​ຫວັງ​ໃຫ້​ອີ​ຣັກ​ບັນ​ລຸ​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາຊາດ​ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ