4 ປະ​ເທດ​ໃນ​ອາ​ຊີ​ຕາ​ເວັນ​ອອກ​ກາງ​ຢືນ​ຢັນ​ຈະ​ສືບ​ຕໍ່​ຂວ້ຳ​ບາດ​ກາ​ຕາ
2017-07-12 16:31:56  cri 

ຫຼັງ​ເຫັນ​ວ່າ:ກາ​ຕາ​ແລະ​ອາ​ເມ​ລິ​ກາ​ໄດ້​ລົງ​ນາມ​ໃນ​ບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃ​ຈ​​ການ​ປາບ​ປາມ​ການ​ສະ​ໜອງ​ທຶນ​ຊ່ວຍ​ເຫຼືອລັດ​ທິ​ກໍ່​ການ​ຮ້າຍ ໂດຍ​ໃນວັນ​ທີ 11 ກໍ​ລະ​ກົດ​ນີ້, ອາ​ຣັບ​ບີ ຊາ​ອຸ​ດິດ, ສະ​ຫະ​ນະ​ຄອນ​ເອ​ມີ​ຣັດ​ອາ​ຣັບ ບາ​ເຣນ​ແລະ​ເອ​ຢິບ​ໄດ້ອອກ​ຖະ​ແຫຼງ​ການ​ຮ່ວມ​ວ່າ: ເນື່ອງ​ຈາກກ່ອນ​ໜ້າ​ນີ້​ກາ​ຕາ​ບໍ່ປະ​ຕິ​ບັດ​ຕາມ "ສັນ​ຍາຣີ​ຢັດ​ຮ໌" ແລະ "​ມາດ​ຕາ​ເພີ່ມ​ເຕີມຂອງ​ສັນ​ຍາ​ດັ່ງ​ກ່າວ" ​ຕະ​ຫຼອດ​ 3 ປີ​ຜ່ານ​ມາ​ແລະ​ດຳ​ເນີນ​ການ​​ປາບ​ປາມ​ລັດ​ທິ​ກໍ່​ການນ​ຮ້າຍ ຈາກ​ນັ້ນ​ທັງ 4 ປະ​ເທດ​ຈຶ່ງ​ເຫັນ​ວ່າ​ການ​ລົງ​ນາມ​ໃນບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ກາ​ຕາ​ກັບ​ອາ​ເມ​ລິ​ກາ​ໃນ​ຄັ້ງ​ນີ້​ຍັງ​ບໍ່​ພຽງ​ແລະ​ພໍ ຈະ​ຕິດ​ຕາມວ່າ​ກາ​ຕາ​ຈະປະ​ຕິ​ບັດຕາມ​ບົດບັນ​ທຶກ​ຄວາມ​ເຂົ້າ​ໃຈ​ນັ້ນ​ຫຼື​ບໍ່ ຈາກ​ນີ້​ຈຶ່ງ​ຈະ​ສືບ​ຕໍ່​ໃຊ້ມາດ​ຕະ​ການ​ຂວ້ຳ​ບາດ​ກາ​ຕາ.

​ຂ່າວ​ແຈ້ງວ່າ:ກາ​ຕາ​ແລະ​ອາ​ເມ​ລິ​ກາ​ໄດ້ລົງ​ນາມ​ໃນບົດ​ບັນ​ທຶກ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ​ການ​ປາບ​ປາມ​ການ​ສະ​ໜອງ​ທຶນ​ຊ່ວຍ​ເຫຼືອ​ລັດ​ທິ​ກໍ່​ການ​ຮ້າຍ​ຢູ່​ນະ​ຄອນ​ຫຼວງ​ໂດ​ຮາ​​ປະ​ເທດ​ກາ​ຕາໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ