ບໍ​ລິ​ສັດ​ລົດ​ຍົນ SGMW ຈີນ​ຢູ່​ອິນ​ໂດ​ເນ​ເຊຍ​ເລີ່ມ​​ຜະ​ລິດ​ຢ່າງ​ເປັນ​ທາງ​ການ
2017-07-12 16:32:59  cri 
ໂຮງ​ງາ​ນ​ທີ່ບໍ​ລິ​ສັດ​ລົດ​ຍົນ​ຊ້າງ​ຊີ້​ທົ່ງ​ໂຢ້ງ​ອູ​ລິງ​​ຈີນ​ຈຳ​ກັດ(SGMW)​ລົງ​ທຶນກໍ່​ສ້າງຢູ່​ແຂວງ​ຈາ​ວາ​ຕາ​ເວັນ​ຕົກ​​​ປະ​ເທດ​ອິນ​ໂດ​ເນ​ເຊຍ​​ໄດ້​​ເລີ່ມຜະ​ລິດ​ຢ່າງ​ເປັນ​ທາງ​ການ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້ ໂດຍທ່ານ ຈູ​ຊູ​ຟ ຄາ​ລາ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ອິນ​ໂດ​ເນ​ເຊຍ​ໃຫ້​ກຽດ​ເຂົ້າ​ຮ່ວມ.

ລົດ​ຍົນ​ທີ່​ໂຮງ​ງານ​ດັ່ງ​ກ່າວ​ຈະຜະ​ລິດ​ອອກ​ກ່ອນ​ອື່ນ​​ນັ້ນ​ຕ້ອງສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ຂອງ​ຕະ​ຫຼາດ​ອິນ​ໂດ​ເນ​ເຊຍ ເຊິ່ງໃນ​ອະ​ນາ​ຄົດ​​ຈະ​ກາຍ​ເປັນ​​ສູນ​ສົ່ງ​ອອກໄປສູ່​ປະ​ເທດ​ອື່ນໆ​ໃນອ​າ​ຊຽນ. ​ຂະ​ນະ​ທີ່ລົດ​ຍົນ​ທີ່​ໂຮງ​ງານ​ດັ່ງ​ກ່າວ​ຜະ​ລິດ​ອອກ​ຮຸ່ນ​ທຳ​ອິດ​ສອດ​ຄ່ອງ​ກັບ​ສະ​ພາບ​ແວດ​ລ້ອມ​ໂຕ​ຈິງ​ຢູ່​ປະ​ເທດ​ກ້າວເຖິງ 56% ແລະ​ຈະ​ເລີ່ມ​ຈຳ​ໜ່າຍໃນ​ໄຕ​ມາດ​ທີ 3 ປີ​ນີ້.

ທ່ານ ຄາ​ລາ ກ່າວ​ໃນ​ພິ​ທີ​ວ່າ: ອຸດ​ສາ​ຫະ​ກຳ​ລົດ​ຍົນ​ສາ​ມາດ​ຊຸກ​ຍູ້​ການ​ພັດ​ທະ​ນາ​ຂອ​ງ​ຫຼາຍ​ຮ້ອຍ​ຂະ​ແໜງ​ການ, ມີ​ຄວາມ​ໝາຍ​ສຳ​ຄັນໃຫຍ່​ຫຼວງ​ຕໍ່​ການ​ເຕີບ​ໂຕ​ທາງ​ເສດ​ຖະ​ກິດ​ແລະ​ຄວາມ​ກ້າວ​ໜ້າ​​ທາງສັງ​ຄົມ​ຂອງ​ອິນ​ໂດ​ເນ​ເຊຍ. ນອກ​ຈາກ​​ສ້າງວຽກ​ເຮັດ​ງານ​ທຳ​ໄດ້​ເປັນ​ຈຳ​ນວນ​ຫຼາຍແລ້ວ, ບໍ​ລິ​ສັດ​ດັ່ງ​ກ່າວ​ຍັງ​ສາ​ມາດ​ຜະ​ລິດ​ຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​​ການ​ໃຊ້​ລົດ​ຂອງ​ປະ​ຊາ​ຊົນ​ອິນ​ໂດ​ເນ​ເຊຍຕື່ມ​ອີກ. ຫວັງ​ວ່າ​ໃນ​ອະ​ນາ​ຄົດ​ໂຮງ​ງານ​ດັ່ງ​ກ່າວ​ສາ​ມາດ​ໃຊ້​ເຄື່ອງ​ອາ​ໄຫຼ່​ແລະ​ກຳ​ມະ​ກອນ​​ປະ​ເທດ​ຕົນ​ໃຫ້​ຫຼາຍກວ່າ​ເກົ່າ ທັງຮ່ວມ​ກັບ​ອິນ​ໂດ​ເນ​ເຊຍ​​ສຸມ​ໃສ່​ການ​ພັດ​ທະ​ນາ​ໃຫ້​ຂະ​ຫຍາຍ​ຕົວ​ເລື້ອຍໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ