ຈີນ-ອາ​ເມ​ລິ​ກາຈະ​ຫາ​ລື​ບັນ​ຫາ​ເສດ​ຖະ​ກິດ​ເທື່ອ​ທຳ​ອິດ​ເດືອນ​ໜ້າ
2017-07-12 15:34:46  cri 
ທ່ານ​ເກີງ​ສວງ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ຢືນ​ຢັນ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ວ່າ, ​ຈາກ​ຄວາມ​ເປັນ​ເອກ​ກະ​ພາບ​​ລະ​ຫວ່າງ​ປະ​ມຸກ​ລັດ​ຈີນ-ອາ​ເມ​ລິ​ກາໃນ​ກອງ​ປະ​ຊຸມ​ສຸດຍອດ​ຜູ້​ນຳ​ກຸ່ມ G20 ຢູ່​ແຮມ​ເບີກ​ປະ​ເທດ​ເຢຍ​ລະ​ມັນ, ການ​ສົນ​ທະ​ນາ​ເສດ​ຖະ​ກິດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ​​ເທື່ອທຳ​ອິດ​ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ຫຼວງວໍ​ຊິງ​ຕັນ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ໃນ​ວັນ​ທີ 19 ​ເດືອນ​ນີ້, ໂດຍທ່ານ​ຫວ່າງ​ຢາງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​, ທ່ານ​ສະ​ເ​ຕ​ເວັນ ມະ​ນຸຊິນ​ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ເງິນ​ແລະ​ທ່ານ​​ວິນ​ເບີ ໂຣ​ສ ລັດ​ຖະ​ມົນ​ຕີ​ການ​ຄ້າ​ອາ​ເມ​ລິ​ກາ​ຈະ​ເປັນ​ປະ​ທານ​ກອງ​ປະ​ຊຸມຮ່ວມ. ເຊິ່ງສອງ​ຝ່າຍ​ຈະ​ແລກ​ປ່ຽ​ນ​ຄວາມ​ເຫັນ​ບັນ​ຫາ​ເສດ​ຖະ​ກິດ​ການ​ຄ້າ​ທີ່​ສອງ​ຝ່າຍ​ສົນ​ໃຈ​ຢ່າງ​ກົງ​ໄປ​ກົງ​ມາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ