ຈີນ​ສ້າງ​ລາຍ​ຮັບຈາກ​ຂະ​ແໜງ​ການ​ພິມ​ຈຳ​ໜ່າຍ​ທາງ​ອິນ​ເຕີ​ເນັດ​​ໄດ້ 572 ຕື້ຢວນ
2017-07-12 16:26:56  cri 
ສະ​ຖາ​ບັນ​ຄົ້ນ​ຄວ້າ​ຂ່າວ​ສານ​ແລະ​ພິມ​ຈຳ​ໜ່າຍ​ຈີນ​ໄດ້​ເປີດ​ເຜີຍ "ບົດ​ລາຍ​ງານ​ຂະ​ແໜງ​ການ​ພິມ​ຈຳ​ໜ່າຍ​ທາງ​ອິນ​ເຕີ​ເນັດ​ຈີນ​ປະ​ຈຳ​ປີ 2016-2017"  ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ ສ​ປ ຈີນ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້. ​ໂດຍ​ຍົກໃຫ້​ເຫັນ​ວ່າ, ປີ 2016, ​ຂະ​ແໜງ​ການ​ດັ່ງ​ກ່າວ​ສາ​ມາດ​ສ້າງ​ລາຍ​ຮັບ​ໄດ້​ເຖິງ 572 ຕື້ 85 ລ້ານຢວນ, ທຽບ​ໃສ່​ປີ 2015 ເພີ່ມ​ຂຶ້ນ 29,9%, ຂະ​ນະ​ທີ່​ຜູ້​ບໍ​ລິ​ໂພກ​ກໍ​ບັນ​ລຸ​ເຖິງ 1 ຕື້ 673 ລ້ານ​​ເລກ​ໝາຍ, ໃນ​ນັ້ນ​ຜູ້​ບໍ​ລິ​ໂພກ​ຫຼິ້​ນ​ເກມ​ທາງ​ອິນ​ເຕີ​ເນັດ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ, ບັນ​ລຸ​ເຖິງ 566 ລ້ານເທື່ອ​ຄົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ