ເຄື່ອງ​ວັດ​ແທກ "ຈູ​ໂນ" ​ບິນ​ຜ່ານ​ແຖບ​ເມກ​ແດງ​​ດາວ​ພະ​ຫັດ
2017-07-12 16:12:05  cri 

ສື່​ຕ່າງ​ປະ​ເທດ​ລາຍ​ງານ​ໃນ​ວັນ​ທີ 12 ກໍ​ລະ​ກົດ​ນີ້​ວ່າ, ເຄື່ອງ​ວັດແທກ​ດາວ​ພະ​ຫັດ "ຈູ​ໂນ" ຂອງ​ກົມ​ການ​ບິນ​ອະ​ວະ​ກາດ​ອາ​ເມ​ລິ​ກາ​ໄດ້​ບິນ​ຜ່ານ​ແຖບ "ເມກ​ແດງ" ທີ່​ມີ​ເອກະ​ລັກ​ພິ​ເສດ​ຂອງ​ດາວ​ດັ່ງ​ກ່າວ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຕອນ​ຄ່ຳ​ວັນ​ທີ 10 ກໍ​ລະ​ກົດ​ນີ້ ແລະ​ຖື​ເປັນ​ຄັ້ງ​ປະ​ຫວັດ​ສາດ​ທີ່​ສາ​ມາດ​ວັດແທກ​​ຢູ່​ໄລ​ຍະ​ໃກ້ ເຊິ່ງ​​ມັນຈະ​ສາ​ມາດ​ເປີດ​​ຄວາມ​ເລິກ​ລັບ​ຂອງ​ເມກ​ຂະ​ໜາດ​ໃຫຍ່​ທີ່​ມີ​ເສັ້ນ​ຜ່ານ​ສູນ​ກາງ​ເຖິງ 1 ໝື່ນ 6 ພັນ​ກິ​ໂລ​​ແມັດ. ຂ່າວ​ແຈ້ງ​ຕື່ມ​ວ່າ, ນີ້​ເປັນ​ຄັ້ງ​ທຳ​ອິດ​ທີ່​ມີ​ເຄື່ອງ​ວັດແທກ​ບິນ​ຜ່ານ​ເມກ​ແດງ​ຂອງ​ດາວ​ພະ​ຫັດ ແລະ​ຂໍ້​ມູນ​ຕ່າງໆ ເປັນ​ຕົ້ນຮູບ​ພາບຈະ​ສົ່ງ​ກັບ​ຄືນ​ເຖິງ​ໂລກ​ໄວ​ສຸດ​ໃນ​ວັນ​ທີ 14 ກໍ​ລະ​ກົດ​ນີ້.

ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ