ອົງ​ການ​ພະ​ລັງ​ງານ​ສາ​ກົນ​ຊົມ​ເຊີຍ​ໂຄງ​ການ​ທົດ​ລອງ​ຂຸດ​ຄົ້ນ​ນ້ຳ​ກ້ອນ​ເຊື້ອ​ໄຟ
2017-07-12 16:08:52  cri 
    ທ່ານ ຟາ​ທິດ ບີ​ໂຣ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ອົງ​ການ​ພະ​ລັງ​ງານ​ສາ​ກົນ ກ່າວ​ໃນ​ໂອ​ກາດ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ນ້ຳ​ມັນ​ເຊື້ອ​ໄຟ​ໂລກ​ຄັ້ງ​ທີ 22 ຢູ່​ອິ​ສ​ຕານ​ບູນ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ວ່າ, ໃນ​ຖາ​ນະ​ເປັນ​ປະ​ເທດ​ນຳ​ໜ້າ​ໃນ​ການ​ຄົ້ນ​ຄວ້າ​ພະ​ລັງ​ງານ, ຈີນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ພາ​ອີກ​ເທື່ອ​ໜຶ່ງ​ຜ່ານ​ການ​ທົດ​ລອງ​ຂຸດ​ຄົ້ນ​ນ້ຳ​ກ້ອນ​ເຊື້ອ​ໄຟ.

    ນ້ຳ​ກ້ອນ​ເຊື້ອ​ໄຟ ຫຼື​ນ້ຳ​ກ້ອນ​ທີ່​ໄໝ້​ໄດ້ ເປັນ​ວັດ​ຖຸ​ເຊື້ອ​ໄຟ​ອາຍ​ແກັ​ສ​ທຳ​ມະ​ຊາດ​ກັບ​ນ້ຳ ໂດຍ​ມັນມີ​ຈຸດ​ພິ​ເສດ​ຄື​ດັດ​ຊະ​ນີ​ການ​ໄໝ້​ສູງ, ມີ​ສິ່ງ​ມົນ​ລະ​ພິດ​ໜ້ອຍ ແລະ​ມີ​ປະ​ລິ​ມານ​ສະ​ສົມ​ຢ່າງຫຼາຍ ແລະ​ຈາກນີ້ ບັນ​ດາ​ປະ​ເທດ​ໃນ​ໂລກຈຶ່ງ​ເຊື່ອ​ວ່າ​​ອາດຈະ​ເຂົ້າ​​ມາແທນ​ນ້ຳ​ມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັ​ສ​ທຳ​ມະ​ຊາດ​ທາງ​ຍຸດ​ທະ​ສາດ​ໃນ​ອະ​ນາ​ຄົດ.

    ວັນ​ທີ 9 ກໍ​ລະ​ກົດ​ນີ້, ຈີນ​​ປະ​ສົບ​ຜົນ​ສຳ​ເລັດ​ແລະ​ບັນ​ລຸ​ເປົ້າ​ໝາຍ​ໃນ​ໂຄງ​ການ​ທົດ​ລອງ​ຂຸດ​ຄົ້ນ​ນ້ຳ​ກ້ອນ​ເຊື້ອ​ໄຟ​ຢູ່​ທະ​ເລ​ຈີນ​ໃຕ້​ຢ່າງ​ຮອບ​ດ້ານ ເຊິ່ງ​ເປັນ​ຄັ້ງ​ທຳ​ອິດ​ຂອງ​ຈີນ ກໍ​ຄື​ຂອງ​ໂລກ ທີ່​ຂຸດ​ຄົ້ນ​ນ້ຳ​ກ້ອນ​ເຊື້ອ​ໄຟ​ທີ່​ມີ​ປະ​ລິ​ມານ​ສະ​ສົມຫຼາຍກວ່າ 90% ຂອງ​ໂລກ ແລະເຖິງວ່າ​ປະ​ສົບ​ຄວາມ​ຫຍຸ້ງ​ຍາກ​ທີ່​ສຸດ​ໃນ​ການ​ຂຸດ​ຄົ້ນ​, ແຕ່​ທຸກຢ່າງກໍ​ປອດ​ໄພໄປ​ດ້ວຍ​ດີ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ