ເກີດ​ການ​ຍິງ​ສັງ​ຫານໃນ​ເຮືອນ​ຢູ່ໄທ
2017-07-12 16:10:51  cri 
    ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ກ່າວ​ໃນ​ວັນ​ທີ 11 ກໍ​ລະ​ກົດ​ນີ້​ວ່າ, ຢູ່​ແຂວງ​ກະ​ບີ່ ໄດ້​ເກີດ​​ການ​ຍິງ​ສັງ​ຫານ​ໃນ​ເຮືອນ ສົ່ງ​ຜົນ​ເຮັດ​ໃຫ້ 8 ຄົນ​ເສຍ​ຊີ​ວິດ​ແລະ 5 ຄົນ​ບາດ​ເຈັບ.

    ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄດ້​ລາຍ​ງານ​ຜົນ​ການ​ສືບ​ສວນ​ເບື້ອງ​ຕົ້ນ​ວ່າ, ເວ​ລາ​ປະ​ມານ 4 ໂມງ​ແລງ​ຂອງວັນ​ທີ 10 ກໍ​ລະ​ກົດ​ນີ້, ຊາຍ​ 6-7 ຄົນທີ່​​ຖື​ອາ​ວຸດ ໄດ້​ຂີ່​ລົດ​ມາ​ເຖິງ​ເຮືອນ​ນາຍ​ບ້ານ​ເພື່ອກວດ​ສອບ ແລະ​ບໍ່​ອະ​ນຸ​ຍາດ​ໃຫ້​ຄົນ​ຢູ່​ໃນ​ເຮືອນອອກ​. ພໍ​ຕອນ​ຮຸ່ງ​ເຊົ້າ​ມື້​ລຸນ​ມາ, ຄົນ​ຮ້າຍ​ເຫຼົ່າ​ນີ້ ຈຶ່ງ​ໃຊ້​ປືນ​ຍິງ​ຄົນ​ໃນ​ເຮືອນ ແລະ​ຈາກນັ້ນ​ກໍ​ຂັບ​ລົດຫຼົບ​ໜີ​.

    ປັດ​ຈຸ​ບັນ, ຕຳຫຼວດ​ພວມ​ສືບ​ຫາ​ສາ​ເຫດ​ເຫດ​ການ​ສະ​ຫຍອງ​ຂວັນ​ດັ່ງ​ກ່າວ ແລະ​ຕາມ​ລ່າ​ຄົນ​ຮ້າຍ​ເຫຼົ່າ​ນີ້​ເພື່ອ​ຈັບ​​ເຂົາ​ເຈົ້າ​ໃຫ້​ໄດ້ໂດຍ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຜູ້ດຳເນີນລາຍການ